ໃນຂອບເຂດການເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ຄັ້ງທີ 20 (ADMM) ແລະ ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກວ້າງ ຄັ້ງທີ 13 (ADMM-Plus) ຢູ່ Cebu, ປະເທດ ຟີລິບປິນ, ວັນທີ 28 ຕຸລາ, ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້ພົບປະສອງຝ່າຍກັບລັດຖະມົນຕີ​ກະ​ຊວງ​ປ້ອງ​ກັນປະ​ເທດຂອງປະເທດ​ຈຳ​ນວນ​ໜຶ່ງ.

ທີ່ການພົບປະກັບ ທ່ານ Richard Marles, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ, ທ່ານພົນເອກ ຟານວັນຢາງ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ສົມ​ທົບ​ກັນ, ຜັນ​ຂະ​ຫຍາຍ​ບັນ​ດາເນື້ອໃນຮ່ວມມືທີ່​ໄດ້ເປັນ​ເອ​ກະ​ພາບ​ແລ​້ວ, ​ໂດຍສຸມໃສ່: ການແລກປ່ຽນຄະນະຜູ້ແທນ, ການຮ່ວມມື​ດ້ານ​ທະ​ຫານ​ເຮືອ, ການຄົ້ນຫາກູ້ໄພກູ້​ຊີບ, ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ພາຍຫຼັງ​ສົງ​ຄາມ; ແບ່ງປັນປະສົບການໃນການຄົ້ນຫາ, ​ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນອັດຖິ​ນັກ​ຮົບທີ່ເສຍຊີວິດ​ເພື່ອ​ຊາດ...

ເມື່ອແລກປ່ຽນກັບ ທ່ານ Koizumi Shinjiro, ລັດຖະມົນຕີກະ​ຊວງປ້ອງກັນປະເທດ ຍີ່ປຸ່ນ ທັງສອງຝ່າຍໄດ້ເຫັນດີສືບຕໍ່ນຳການຮ່ວມມືດ້ານ​ປ້ອງ​ກັນ​ຊາດໃຫ້​ເຂົ້າ​ສູ່​ລວງ​ເລິກ, ສອດຄ່ອງກັບການ​ພົວ​ພັນຄູ່ຮ່ວມມືຍຸດທະສາດ​ຮອບ​ດ້ານລະຫວ່າງ ຫວຽດນາມ - ຍີ່ປຸ່ນ; ພ້ອມ​ກັນ​ນັ້​ນ, ກໍ່ຕີລາຄາສູງການ​ຮ່ວມ​ມື​ດ້ານປ້ອງກັນຊາດ ອາຊຽນ - ຍີ່ປຸ່ນ ໃນການ​ບຳ​ລຸງ​ສ້າງ, ຄວາມໝັ້ນຄົງທາງໄຊເບີ ແລະ ​ຍົກ​ສູງ​ກຳ​ລັງຄວາມສາມາດ.

ໃນວັນດຽວກັນ, ທ່ານພົນເອກ ຟານວັນຢາງ ກໍ່ໄດ້ພົບປະສອງຝ່າຍກັບ ທ່ານ Pete Hegseth, ລັດຖະມົນຕີກະຊວງສົງຄາມ ອາ​ເມ​ລິ​ກາ. ສອງຝ່າຍ​ໄດ້​ເຫັນ​ດີເປັນເອ​ກະ​ພາບສືບຕໍ່ສົມ​ທົບ​ກັນຊຸກ​ຍູ້ການຮ່ວມມືດ້ານປ້ອງກັນ​ຊາດ​ສອງ​ຝ່າຍ​ໂດຍ​ອີງໃສ່​ພື້ນ​ຖານຄວາມເໝາະສົມກັບຄວາມ​ຕ້ອງ​ການ, ​ກຳ​ລັງຄວາມສາມາດ, ຜົນປະໂຫຍດຂອງທັງສອງຝ່າຍ, ປະກອບສ່ວນເຂົ້າ​ໃນ​ສັນ​ຕິ​ພາບ, ສະຖຽນລະພາບ, ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.