ວັນ​ທີ 06 ພຶດ​ສະ​ພາ, ທ່ານ​ພົ​ນ​ຈັດ​ຕະ​ວາ ຟ້າມ​ແມ້ງ​ທັງ, ຫົວ​ໜ້າ​ກົມ​ຮັກ​ສາ​ສັນ​ຕິ​ພາບ​ ຫວຽດ​ນາມ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ, ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເຄືອ​ຂ່າຍ​ບັນ​ດາ​ສູນ​ຮັກ​ສາ​ສັນ​ຕິ​ພາບ ອາ​ຊຽນ ຄັ້ງ​ທີ 10 (APCN-10), ທີ່​ຈັດ​ຂຶ້ນ​ຢູ່ ມາ​ນິ​ລາ, ປະ​ເທດ ຟີ​ລິບ​ປິນ ແບບ​ທາງ​ໄກ. ກອງ​ປະ​ຊຸມ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 40 ທ່ານ ທີ່​ມາ​ຈາກ 11 ປະ​ເທດ​ສະ​ມາ​ຊິກ, ຜູ້​ຕາງ​ໜ້າ​ຄະ​ນະ​ເລ​ຂາ ອາ​ຊຽນ ແລະ ອົງ​ການ​ຝຶກ​ຊ້ອມ​ປະ​ສົມ​ຂຶ້ນ​ກັບ​ກົມ​ເຄື່ອນ​ໄຫວ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດ.

ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປຶກ​ສາ​ຫາ​ລື​ຄ​ົບ​ຄະ​ນະ ດ້ວຍ​ຫົວ​ຂໍ້ “ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ກຽມ​ພ້ອມ​​ການປະ​ຕິ​ບັດ​ໜ້າ​ທີ່ຮັກ​ສາ​ສັນ​ຕິ​ພາບ ຜ່ານ​ການ​ຝຶກ​ຊ້ອມ”, ທ່ານ​ພົ​ນ​ຈັດ​ຕະ​ວາ ຟ້າມ​ແມ້ງ​ທັງ ຕີ​ລາ​ຄາ​ສູງ​ຄວາມ​ສຳ​ຄັນ ແລະ ຄວາມ​ໝາຍ​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້. ຍ້ອນ​ເວ​ທີ​ປາ​ໄສ​ແມ່ນ​ກົນ​ໄກ​ສຳ​ຄັນ ຊ່ວຍ​ໃຫ້ ອາ​ຊຽນ ຮັກ​ສາ​ການ​ຮ່ວມ​ມື, ຍົກ​ສູງ​ກຳ​ລັງ​ຝຶກ​ຊ້ອມ ເພື່ອ​ປະ​ກອ​ບ​ສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດ​ໃຫ້​ມີ​ປະ​ສິດ​ທິ​ຜົນ​ກວ່າ, ໃນ​ສະ​ພາບ​ທີ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ ໄດ້​ສ້າງ​ສູນ​ຝຶກ​ຊ້ອມ​ການ​ກູ້​ໄພກູ​້​ຊີບ​ບາດ​ເຈັບຍົກ​ສູງ​ບັນ​ລຸ​ມາດ​ຕະ​ການ​ສາ​ກົນແຫ່ງ​ທຳ​ອິດ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່​ຽງ​ໃຕ້ ແລະ ໃນ​ໄລ​ຍະ​ຜ່ານ ກົມ​ຮັກ​ສາ​ສັນ​ຕິ​ພາບ​ສ​ະ​ຫະ​ປະ​ຊາ​ຊາດ​ໄດ້​ມອບ​ໃບ​ຢັ້ງ​ຢືນ​ຊຸດ​ຝຶກ​ຊ້ອມ​ນາ​ຍ​ທະ​ຫານ​ເປັນ​ເສ​ນາ​ທິ​ການ​ສະ​ຫະ​ປະ​ຊາ​ຊາ​ດ (UNSOC) ບັນ​ລຸ​ມາດ​ຕະ​ການ​ການ​ຝຶກ​ຊ້ອມ​ກ່ອນ​ທີ່​ຈະຜັນ​ຂະ​ຫຍາຍ​ຂອງ​ສະ​ຫະ​ປະ​ຊາ​ຊາດ.

ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ຕີ​ລາ​ຄາ​ສ​ູງ​ບົດ​ປະ​ກອບ​ຄຳ​ເຫັນ​ຂອງ ຫວຽດ​ນາມ ດ້ວຍ​ຫຼາຍ​ບົດ​ຮຽນ​ທີ່​ແທດ​ຈິງ. ຟີ​ລິບ​ປິນ ກໍ່​ສະ​ເໜີໃຫ້ ຫວຽດ​ນາມ ຈັດ​ສົ່ງ​ຄູ​ສອນ​ມາ​ແບ່ງ​ປັນ​ບົດ​ຮຽນ​ຢູ່​ພາກ​ພື້ນ.