ຕອນເຊົ້າວັນທີ 07 ພຶດສະພາ, ສັບປະດາເຫດການກິລາຫຼາຍປະເພດໃຫຍ່ທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້ ໄດ້ເລີ່ມເຄື່ອນໄຫວຢູ່ນະຄອນ ດ່ານັ້ງ, ດ້ວຍພິທີໄຂ ແລະ ຈັດກອງປະຊຸມຖະແຫຼງຂ່າວປະກາດການແຂ່ງຂັນ VNG IRONMAN ຫວຽດນາມ 2026 ພ້ອມກັບ VNG IRONMAN 70.03 ດ່ານັ້ງ 2026.
ຄາດວ່າ, ສັບປະດາຈັດເຫດການຈະຕ້ອນຮັບນັກກິລາກວ່າ 4.700 ຄົນ, ໃນນັ້ນ, ມີນັກກິລາສາກົນປະມານ 1.800 ຄົນ (ເພີ່ມຂຶ້ນ 80% ເມື່ອທຽບໃສ່ງານແຂ່ງຂັນຄັ້ງທຳອິດ). ເຫດການແມ່ນເພື່ອແນໃສ່ປະກອບສ່ວນປັບປຸງທີ່ຕັ້ງຂອງ ດ່ານັ້ງ ແມ່ນສະຖານທີ່ທ່ອງທ່ຽວກິລາແຖວໜ້າຢູ່ ອາຊີ ແລະ ນຳເຫດການນີ້ໃຫ້ກາຍເປັນງານບຸນກິລາສົມທົບ 3 ປະເພດ (ລອຍນ້ຳ, ຖີບລົດຖີບ, ແລ່ນ) ໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນຢູ່ ຫວຽດນາມ.
ວັນທີ 10 ພຶດສະພາ, ບັນດານັກກິລາຈະເຕົ້າໂຮມກັນຢູ່ສວນສາທາລະນະ ບຽນດົງ ເພື່ອເລີ່ມແຂ່ງຂັນ.
