ໃນການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຢັ້ງຢືນວ່າ ຫວຽດນາມຖື​ເປັນ​ສຳ​ຄັນສາຍພົວພັນຄູ່​ຮ່ວມ​ມືຍຸດທະສາດ ຫວຽດນາມ - ເຢຍລະມັນ; ສະເໜີສອງຝ່າຍສືບຕໍ່ເປີດກວ້າງການຮ່ວມມືຢ່າງຮອບດ້ານ ແລະ ຫັນ​ຄວາມ​ຕັດ​ສິນການກະທຳເປັນ​ລະ​ອຽດ, ເພີ່ມທະ​ວີການແລກປ່ຽນຄະນະຜູ້​ແທນ, ໂດຍສະເພາະແມ່ນ ຂັ້ນສູງ ແລະ ໃນທຸກໆຊ່ອງທາງ; ເສີມຂະຫຍາຍປະສິດທິຜົນບັນດາກົນໄກການຮ່ວມມື ທີ່ມີຢູ່ແລ້ວ, ຜ່ານນັ້ນສ້າງພື້ນຖານສະດວກເພື່ອເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ

ກ່ຽວກັບການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ສະເໜີສອງຝ່າຍສ້າງບາດກ້າວບຸກທະລຸໃໝ່, ສົມກັບຄວາມສາມາດບົ່ມ​ຊ້ອນ ແລະ ລະດັບສາຍພົວພັນ, ມຸ່ງໄປຫາການນຳເອົາວົງ​ເງິນການຄ້າສອງຝ່າຍບັນລຸ 20 ຕື້ USDໂດຍ​ໄວ; ຊຸກຍູ້ວິສາຫະກິດເຢຍລະມັນ ເປີດກວາງການລົງທຶນເຂົ້າໃນບັນດາ ຂົງເຂດ ທີ່ມີທ່າແຮງ, ຄື: ກົນຈັກ, ອຸດສາຫະກຳລົດ​ໂອ​ໂຕ, ສາທາລະນະສຸກ ແລະ ການຫັນປ່ຽນ ພະລັງງານ… ເພີ່ມທະ​ວີການເຊື່ອມໂຍງຕະຫຼາດການເງິນ ແລະ ຕະຫຼາດຫຼັກຊັບ ລະຫວ່າງ ສອງປະເທດ.

ສ່ວນທ່ານນາຍົກລັດຖະມົນຕີ Friedrich Merz ຢັ້ງຢືນວ່າສາຍພົວພັນ ຫວຽດນາມ - ເຢຍລະມັນ ກຳລັງພັດທະນາຢ່າງດີງາມ ແລະ ມີພື້ນຖານ, ຄວາມສາມາດຢ່າງ​ພຽງ​ພໍເພື່ອ ໄດ້ຮັບການຍົກ​ຂຶ້ນລະດັບສູງໃໝ່.