ຄະນະປະຕິບັດງານເຮັດວຽກກັບການນຳທະນາຄານ AIIB. (ພາບ: TTXVN)

ໃນບົດກ່າວປາໄສ, ທ່ານ ຫງວຽນວັນບີງ ໄດ້ແນະນຳກ່ຽວກັບຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ ເຖິງຜູ້ແທນເຂົ້າຮ່ວມເວທີປາໄສນັບເປັນ 2-3 ໝຶ່ນຄົນທີ່ມາຈາກກ່ວາ 140 ປະເທດໃນໂລກ. ທ່ານ ຫງວຽນວັນບີງ ຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດ ຫວຽດນາມ ກ່າວວ່າ:

ພວກຂ້າພະເຈົ້າຖືວ່າ: ຫົວຂໍ້ປີນີ້ແມ່ນ “ກໍ່ສ້າງພື້ນຖານເສດຖະກິດໄວ້ເນື້ອເຊື່ອໃຈ” ໄດ້ດຳເນີນໄປໃນສະພາບການທີ່ເສດຖະກິດໂລກ ສືບຕໍ່ມີທ່າອ່ຽງຟື້ນຟູ, ເຖິງຢ່າງໃດກໍ່ຕາມ ຍັງຄົງຊ້ອນແຝງຄວາມສ່ຽງຫລາຍທີ່ສຸດກ່ຽວກັບການເພີ່ມຂຶ້ນຂອງລັດທິອາລັກຂາການຄ້າ, ຄວາມເຄັ່ງຕຶງດ້ານພູມສາດການເມືອງປີນຂັ້ນໄດຢູ່ຫລາຍພາກພື້ນ, ດັ່ງນັ້ນ ເລື່ອງສ້າງ ແລະ ປັບປຸງຄວາມໄວ້ເນືື້ອເຊື່ອໃຈລະຫວ່າງບັນດາຄູ່ຮ່ວມມືແມ່ນພື້ນຖານເສດຖະກິດ, ລະຫວ່າງບັນດາວິສາຫະກິດ, ລະຫວ່າງບັນດາລັດຖະບານ ແລະ ປະຊາຊົນ ຈະແມ່ນພື້ນຖານສຳຄັນທີ່ສຸດ ເພື່ອຊຸກຍູ້ເສດຖະກິດໂລກເຕີບໂຕເປັນປົກກະຕິ, ໝັ້ນຄົງ ແລະ ກວມລວມ