ໃນການຢ້ຽມຢາມຄັ້ງນີ້, ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາງນາຍົກລັດຖະມົນຕີ ບັງກຼາເທດ Sheikh Hasina ແລະ ພົບປະກັບການນຳບາງກະຊວງ, ຂະແໜງການຂອງ ບັງກຼາເທດ.
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວັກຢຸງ ໄດ້ສົ່ງສານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ອວຍພອນທ່ານນາງ Sheikh Hasina ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີ ບັງກຼາເທດ ຄືນໃໝ່; ພ້ອມທັງຊົມເຊີຍເຈດຈຳນົງ ແລະ ຄວາມມານະພະຍາຍາມຂອງ ບັງກຼາເທດ ໃນວຽກງານຊ່ວຍບັນເທົາທຸກໃຫ້ແກ່ຊາວອົບພະຍົມທີ່ມາຈາກລັດ Rakhine ຂອງ ມຽນມາ ເປັນຈຳນວນຫລາຍ. ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ປະກາດວ່າ ລັດຖະບານ ຫວຽດນາມ ໄດ້ໜູນຊ່ວຍລັດຖະບານ ບັງກຼາເທດ ຈຳນວນເງິນ 50.000 USD ແລະ ບໍລິຈາກເງິນ 50.000 USD ເຂົ້າກອງທຶນສະບຽງອາຫານແຫ່ງສະຫະປະຊາຊາດ ເພື່ອນຳໃຊ້ໃນວຽກງານຊ່ວຍບັນເທົາທຸກມະນຸດສະທຳສຳລັບຊາວອົບພະຍົບ.
ສ່ວນທ່ານນາງ Sheikh Hasina ໄດ້ຂອບໃຈຕໍ່ຄວາມເອົາໃຈໃສ່ຂອງ ຫວຽດນາມ, ທ່ານນາງຖືວ່າ: ການປະກອບສ່ວນຂອງ ຫວຽດນາມ ມີຄວາມໝາຍທາງດ້ານຈິດໃຈໃຫຍ່ຫລວງ. ການນຳ ບັງກຼາເທດ ຫວັງວ່າ ຫວຽດນາມ ແລະ ບັນດາປະເທດ ອາຊຽນ ພ້ອມກັນໜູນຊ່ວຍ ບັງກຼາເທດ ເພື່ອຊອກຫາມາດຕະການໃຫ້ແກ່ບັນຫານີ້.
