
ພາບປະກອບ
(vovworld) – ວັນທີ 6/12, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ, ໄດ້ໄຂກອງປະຊຸມ 3 ຝ່າຍ ແລະ 2 ຝ່າຍຂັ້ນລັດຖະມົນຕີຄັ້ງທີ 16 ລະຫວ່າງ ຫວຽດນາມ, ກຳປູເຈຍ ແລະ ລາວ, ກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານພົນໂທ ເລກູ໋ຍເວືອງ, ຮອງລັດຖະມົນຕີກະຊວງຕຳຫຼວດ ນຳໜ້າ. ຄະນະຜູ້ແທນກຳປູເຈຍ ໂດຍທ່ານຮອງປະທານຄະນະກຳມະການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດ Kao Khondara, ເປັນຫົວໜ້າຄະນະ. ຄະນະຜູ້ແທນລາວໂດຍທ່ານປະທານຄະນະກຳມະການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດ ກຸ ຈັນສີນາ ນຳໜ້າ. ກ່າວບົດທາບທາມຄວາມເຫັນທີ່ກອງປະຊຸມ, ພົນຕີ ດົ່ງດ້າຍໂລກ, ຮອງຫົວໜ້າກົມໃຫຍ່ຕຳຫຼວດ ເນັ້ໜັກວ່າ: ໃນໄລຍະຜ່ານມາ, ວຽກງານຮ່ວມມືປ້ອງກັນ, ຕ້ານຢາເສບຕິດຜ່ານຊາຍແດນລະຫວ່າງບັນດາແຂວງຊາຍແດນລະຫວ່າງ ຫວຽດນາມ, ກຳປູເຈຍ ແລະ ລາວ ສືບຕໍ່ໄດ້ຮັບການຍູ້ແຮງ. ບັນດາການເຄື່ອນໄຫວຮ່ວມມືໄດ້ຮັບການຜັນຂະຫຍາຍປະຕິບັດມີຫຼາຍຮູບຫຼາຍແບບດ້ານເນື້ອໃນ ແລະ ຮູບການ, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ, ຄວບຄຸມການເຄື່ອນໄຫວອາດຊະຍາກຳຢາເສບຕິດສວຍໃຊ້ເສັ້ນທາງຊາຍແດນລະຫວ່າງ 3 ປະເທດ. ຝ່າຍ ຫວຽດນາມ ໄດ້ຈັດຕັ້ງ 15 ຊຸດຝຶກອົບຮົມໃຫ້ພະນັກງານເຮັດວຽກງານປ້ອງກັນ, ຕ້ານຢາເສບຕິດຂອງ ກຳປູເຈຍ ແລະ ລາວ ລວມ 272 ຄົນ.

ພາບປະກອບ
