|
(ພາບ: Minh Hung- Chanh Da/TTXVN) |
ທີ່ກອງປະຊຸມ, ຫົວໜ້າຄະນະປະຕິບັດງານຫວຽດນາມ, ທ່ານ ໂດ໊ທັ໋ງຫາຍ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ຕີລາຄາສູງຕໍ່ການຮ່ວມມື, ການສ້າງເງື່ອນໄຂຂອງບັນດາອົງການເຈົ້າໜ້າທີ່ກຳປູເຈຍທີ່ໄດ້ສະຫງວນໃຫ້ບັນດາວິສາຫະກິດຫວຽດນາມ. ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນການພົວພັນແລກປ່ຽນການຄ້າສອງຝ່າຍກວ່າອີກ, ພິເສດແມ່ນລະຫວ່າງບັນດາແຂວງເຂດຊາຍແດນຂອງສອງປະເທດ, ທ່ານ ໂດ໊ທັ໋ງຫາຍ ຖືວ່າ:
“ບັນດາແຜນຮ່າງ, ໂຄງການຄືຕະຫຼາດ ດາ ຈະນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ກ່ອນອື່ນໝົດແມ່ນໃຫ້ພົນລະເມືອງຂອງສອງເຂດຊາຍແດນ, ໃຫ້ບັນດາວິສາຫະກິດຂອງຫວຽດນາມ, ກຳປູເຈຍ ແລະ ໃຫຍ່ໄປກວ່ານັ້ນແມ່ນຊຸກຍູ້ການພັດທະນາເສດຖະກິດການຄ້າລະຫວ່າງຫວຽດນາມ ແລະ ກຳປູເຈຍ”.
ວັນໂດ໊ - ນັກຂ່າວ VOV ປະຈຳລາຊະອານາຈັກກຳປູເຈຍ

