ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 2 ລະ​ຫວ່າງ​ກະ​ຊວງ​ຕຳ​ຫຼວດ ຫວຽດ​ນາມ, ກະ​ຊວງ​ພາຍ​ໃນ ກຳ​ປູ​ເຈຍ ແລະ ກະ​​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ລາວ ກ່ຽວ​ກັບ​ການ​ຮ່ວມ​ມື​ຮັບ​ປະ​ກັນ​ຄວາມ​ໝັ້​ນ​ຄົງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 30 ມິ​ຖຸ​ນາ, ຢູ່​ນະ​ຄອນ​ຫຼວງ ພະ​ນົມ​ເປັນ, ປະ​ເທດ ກຳ​ປູ​ເຈຍ.

ທີ່ກອງ​ປະ​ຊຸມ, ຜູ້​ຕາງ​ໜ້າ​ບັນ​ດາ​ກະ​ຊວງ​ຕຳ​ຫຼວດ, ກະ​ຊວງ​ພາຍ​ໃນ​ຂອງ 3 ປະ​ເທດ​ໄດ້​ສະ​ເໜີ​ບັນ​ດາ​ເນື້ອ​ໃນ​ກ່ຽວ​ກັບ​ວຽກ​ງານ​ຕໍ່​ສູ້​ຕ້ານ​ການ​ກະ​ທຳ​ຄ້າ​ມະ​ນຸດ​ຂ້າມ​ຊາດ; ຮ່ວມ​ມື​ກັນ​ຜັນ​ຂະ​ຫຍາຍ​ໂຄງ​ການ​ປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ຢາ​ເສບ​ຕິດ; ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕໍ່​ສູ້​ຕ້ານ​ອາດ​ຊະ​ຍາ​ກຳ​ສໍ້​ກົງ​ຫຼອກ​ລວງ​ທາງ​ອິນ​ເຕີ​​ເນັດ​ໃນ​ສະ​ພາບ​ກາ​ນ​ໃໝ່.

ສ​ິ້ນ​ສຸດ​ກອງ​ປະ​ຊຸມ, ບັນ​ດາ​ລັດ​ຖະ​ມົນ​ຕີ​ໄດ້​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ ຢືນ​ຢັນ​ຄືນ​ໃໝ່​ຄຳ​ໝັ້​ນ​ສັນ​ຍາ​ເຮັດ​ໃຫ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນເລິກ​ເຊິ່ງ​ຂຶ້​ນ​ຕື່ມ; ຍູ​້​ແຮງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມໃນ​ການ​ປ້ອງ​ກັນ, ຕໍ່​ສູ້ກັບ​ບັນ​ດາ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ; ຍູ້​ແຮງການ​ແບ່ງ​ປັນ​ຂໍ້​ມູນ​ສົມ​ທົບ​ກັນ​ສືບ​ສວນ; ຊຸກ​ຍູ້​ການ​ຮ່ວມ​ມື ແລະ ບັນ​ດາ​ກົນ​ໄກ​ຕິດ​ຕໍ່​ຊາຍ​ແດນ ເພື່ອ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ເສັ້ນ​ຊາຍ​ແດນ​ສັ​ນ​ຕິ​ພາບ, ​ໝັ້​ນ​ຄົງ ແລະ ​ພັດ​ທະ​ນາ.