ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ລາວ ແຕ່​ວັນ​ທີ 15 – 16 ກໍ​ລະ​ກົດ, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ໂດຍ​ທ່ານ​ນາງ ເລ​ທິ​ທູ​ຮັ່ງ, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ເປັນ​ຫົວ​ໜ້າ​ຄະ​ນະ, ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ ທອງ​ສະ​ຫວັນ ພົມ​ວິ​ຫານ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລາວ ແລະ ດຳ​ເນີນ​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ທ່ານ ​ພົງ​ສະ​ຫວັນ ສີ​ສຸ​ລາດ, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ ລາວ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລກ​ປ່ຽນ​ບົດ​ຮຽນ​ໃນ​ວຽກ​ງານ​ຊາວ ຫວຽດ​ນາມ ແລະ ຊາວ ລາວ ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

ໃນ​ຂອບ​ເຂດ​ການ​ໂອ້​ລົມ​ສົນ​ທະ​ນາ, 2 ຝ່າຍ​ໄດ້​ເຫັນ​ດີ​ສືບ​ຕໍ່​ຊຸກ​ຍູ້​ການ​ແລກ​ປ່ຽນ​ຄ​ະ​ນະ​ຜ​ູ້​ແທນ; ແບ່ງ​ປັນ​ບົດ​ຮຽນ​ໃນ​ວຽກ​ງານ​ສ້າງ​ນະ​ໂຍ​ບາຍ, ດຶ​ງ​ດູດ​ແຫຼ່ງ​ກຳ​ລັງ​ຈາກ​ວົງ​ຄະ​ນະ​ຍາດ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດ; ສົມ​ທົບ​ກັນ​ໂຄ​ສະ​ນາ, ເຜີຍ​ແ​ຜ່​ກົດ​ໝາຍ, ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ ແລະ ຈັດ​ບັນ​ດາ​ເຫດ​ການ​ໃຫຍ່​ສະ​ຫງວນ​ໃຫ້​​ວົງ​ຄະ​ນະ​ຍາດ​ຊາວ ຫວຽດ​ນາມ ແລະ ຊາວ​ ລາວ ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

ສິ້ນ​ສຸດ​ການ​ເຮັດ​ວຽກ, 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທ​ຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ຊາວ ຫວຽດ​ນາມ ແລະ ຊາວ ລາວ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄລ​ຍະ 2026 – 2030 ລະ​ຫວ່າງ 2 ກະ​ຊວງ​ການ​ຕ່າງ​ປະ​ເທດ.