(ພາບ: TTXVN)
ໃນອາທິດນີ້, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ອາເມລິກາ, ທ່ານ ໂດ້ຮຸ່ງຫວຽດ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ມີການເຮັດວຽກກັບ ທ່ານນາງ Annalena Baerbock, ປະທານກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 80 ເພື່ອແລກປ່ຽນກ່ຽວກັບວິວັດການກອງປະຊຸມສຳຫຼວດກວດກາສັນຍາບໍ່ເຜີຍແຜ່ອາວຸດນິວເຄຼຍ (NPT RevCon) ຄັ້ງທີ 11 ທີ່ຈັດຂຶ້ນແຕ່ວັນທີ 27 ເມສາ - 22 ພຶດສະພາ ຢູ່ ນິວຢອກ.
ທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ ເນັ້ນໜັກເຖິງສະພາບພູມສາດການເມືອງສາກົນໃນປະຈຸບັນ ພວມວາງອອກສິ່ງທ້າທາຍສັບສົນຫຼາຍຢ່າງ, ພ້ອມກັນນັ້ນ ກໍ່ຢືນຢັນຄວາມຕັດສິນໃຈຂອງ ຫວຽດນາມ ພ້ອມກັບບັນດາປະເທດສະມາຊິກມານະພະຍາຍາມຊຸກຍູ້ໃຫ້ກອງປະຊຸມບັນລຸໝາກຜົນຢ່າງແທ້ຈິງ ແລະ ດຸ່ນດ່ຽງ. ພ້ອມທັງຢືນຢັນວ່າ ຫວຽດນາມ ຈະສົມທົບກັນຢ່າງແໜ້ນແຟ້ນ ແລະ ຕັ້ງໜ້າປະກອບສ່ວນໃຫ້ແກ່ຄວາມມານະພະຍາຍາມໃນການບູລະນະ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະຫະປະຊາຊາດ ເວົ້າລວມ ແລະ ກອງປະຊຸມສະມັດຊາໃຫຍ່ ເວົ້າສະເພາະ.
ສ່ວນທ່ານປະທານກອງປະຊຸມສະມັດຊາໃຫຍ່ ນາງ Annalena Baerbock ຢືນຢັນວ່າ ຫ້ອງການປະທານກອງປະຊຸມສະມັດຊາໃຫຍ່ ພ້ອມແລ້ວທີ່ຈະໜູນຊ່ວຍປະທານ NPT RevCon 11 ໃນວຽກງານບໍລິຫານກອງປະຊຸມ, ປະສານງານປະໜິປະນອມ ແລະ ຊຸກຍູ້ຄວາມເຫັນດີເຫັນພ້ອມເພື່ອໃຫ້ກອງປະຊຸມບັນລຸໝາກຜົນຢ່າງຕັ້ງໜ້າ.
