ໂດຍອີງໃສ່ຂໍ້ມູນທີ່ຄັດຈາກຂໍ້ມູນເອກະສານ Scopus ຂອງສຳນັກພິມຈຳໜ່າຍ Elsevier, ໄຈ້ແຍກສຳເນົາເອກະກະສານຂອງນັກຄົ້ນຄ້ວາກວ່າ 7 ລ້ານຄົນ ທີ່ຂຶ້ນກັບ 22 ຂົງເຂດ ແລະ 174 ຄວາມຊ່ຽວຊານລົງເລິກຂະແໜງໃນທົ່ວປະເທດ.
ມະຫາວິທະຍາໄລ VinUni ຫວຽດນາມ ນຳໜ້າດ້ວຍ ນັກວິທະຍາສາດ 16 ຄົນ. ຖັດມາແມ່ນມະຫາວິທະຍາໄລ ໂຕນດຶກຖັ້ງ ມີນັກວິທະຍາສາດ 14 ຄົນ, ມະຫາວິທະຍາໄລ ຢຸຍເຕີນ ມີນັກວິທະຍາສາດ 13 ຄົນ.
ໃນກຸ່ມ 10 ຄົນຢືນອັນດັບສູງຢູ່ ຫວຽດນາມ ໃນຕາຕະລາງຈັດອັນດັບໂລກນີ້ ແມ່ນບັນດານັກວິທະຍາສາດທີ່ມີການປະກອບສ່ວນຢ່າງຕັ້ງໜ້າ ແລະ ຍາວນານໃຫ້ແກ່ພື້ນຖານວິທະຍາສາດຂອງລັດ, ເຊິ່ງລວມມີບັນດານັກວິທະຍາສາດຂອງ ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ມະຫາວິທະຍາໄລເສດຖະກິດ ນະຄອນ ໂຮ່ຈີມິນ ແລະ ມະຫາວິທະຍາໄລ ຄົມມະນາຄົມຂົນສ່ົງ ນະຄອນ ໂຮ່ຈີມິນ. ພິເສດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແມ່ນໂຮງຮຽນໜຶ່ງດຽວທີ່ມີນັກວິທະຍາສາດ 02 ຄົນ ນອນໃນ Top 10 ນີ້.
