ຮອບວຽນການເຕີບໂຕເສດຖະກິດຕໍ່ໄປຂອງ ອາຊີຕາເວັນອອກສ່ຽງໃຕ້ ບໍ່ອີງໃສ່ພື້ນຖານເສດຖະກິດໜຶ່ງ ຫຼື ຮອບວຽນສິນຄ້າຍ່ອຍອີກ, ຫາກໄດ້ກຳນົດຮູບແບບໂດຍ 5 ປະເທດໃນພາກພື້ນ, ລວມມີ: ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ, ໄທ ແລະ ຟີລິບປິນ. ນີ້ແມ່ນຂໍ້ສັງເກດຂອງ ທ່ານ Shan Saeed, ຫົວໜ້ານັກຊ່ຽວຊານເສດຖະກິດໂລກ ຂອງກຸ່ມບໍລິສັດເຕັກໂນໂລຊີອະສັງຫາລິມະຊັບສາກົນ Juwai IQI.
ກໍ່ຕາມທ່ານ Shan Saeed, ດ້ວຍຈຳນວນປະຊາກອນທັງໝົດກວ່າ 610 ລ້ານຄົນ, ກວມເອົາເກືອບ 9/10 ປະຊາກອນທົ່ວພາກພື້ນ, ກຸ່ມນີ້ມີທ່າແຮງກ່ຽວກັບຂອບຂະໜາດລັກສະນະໂຄງສ້າງ, ຈາກຕະຫຼາດພາຍໃນອັນໃຫຍ່ຫຼວງຂອງ ອິນໂດເນເຊຍ ດ້ວຍປະຊາກອນ 287 ລ້ານຄົນ ຕະຫຼອດຮອດຄວາມສາມາດຜະລິດ, ສົ່ງອອກຢ່າງແຮງຂອງ ຫວຽດນາມ ດວ້ຍປະຊາກອນກວ່າ 100 ລ້ານຄົນ.
ຂໍ້ມູນການເຕີບໂຕໃນໄຕມາດທີ 1 ປີ 2026 ຊີ້ໃຫ້ເຫັນວ່າ ຫວຽດນາມ ໄດ້ຮັບຮູ້ຢູ່ໃນລະດັບເຕີບໂຕໄວທີ່ສຸດດ້ວຍ 7,83% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2025, ຖັດຈາກນັ້ນແມ່ນ ອິນໂດເນເຊຍ ດ້ວຍ 5,61% ແລະ ມາເລເຊຍ ບັນລຸ 5,4% ຍ້ອນກຳລັງໜູນຈາກການບໍລິໂພກເອກະຊົນ ແລະ ການຜະລິດ.
