​ທີ່​ການ​ຕ້ອນ​ຮັບ​, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ວັນ​ຖັ໋ງ ໄດ້​ຢັ້ງ​ຢືນ​ວ່າ​: ຫວຽດ​ນາມ ຢຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ແບບ​ຍືນ​ຍົງ​, ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ​, ເປັນ​ເຈົ້າ​ກຳ ແລະ ເປັນ​ກຳ​ລັງ​ໜູນ​ຂອງ​ການ​ພັດ​ທະ​ນາ​. ພ້ອມ​ນັ້ນ​, ກໍ່ສະ​ເໜີ​ໃຫ້ ສປຊ ສືບ​ຕໍ່​ຮ່ວມ​ເດີນ​ທາງ​, ແບ່ງ​ປັນ​ບົດ​ຮຽນ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາ​ກາດ​; ໜູນ​ຊ່ວຍ​ແຫຼ່ງ​ກຳ​ລັງ​ດ້ານ​ການ​ເງິນ​, ເຕັກ​ໂນ​ໂລ​ຊີ ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ດ້ານ​ດິນ​ຟ້າ​ອາ​ກາດ​, ພັດ​ທະ​ນາ​ພະ​ລັງ​ງານທົດແທນ​, ການ​ເຄື່ອນ​ຍ້າຍ​ພະ​ລັງ​ງານ ແລະ ການ​ພັດ​ທະ​ນາ​ເຂດ​ທົ່ງ​ພຽງ​ແມ່​ນຳ​້​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ ແບບ​ຍືນ​ຍົງ​; ໜູນ​ຊ່ວຍ​ການ​ລະ​ດົມ​ແຫຼ່ງ​ທຶນ ODA ໃຫ້​ມີ​ປະ​ສິດ​ທິ​ຜົນ​, ສຸມ​ໃສ່​ບຸ​ລິ​ມະ​ສິດ ແລະ ພັດ​ທະ​ນາ​ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຊີ​, ການຫັນ​ເປັນ​ດີ​ຈີ​ຕອນ ແລະ ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດທີ່​ມີ​ຄຸນ​ນະ​ພາບ​ສູງ​.

​ສ່ວນ​ທ່ານ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສປຊ ຫຼີ​ຈຸນ​ຮົວ ເນັ້ນ​ໜັກ​ວ່າ: ຫວຽດ​ນາມ ຍາມ​ໃດ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ແບບ​ຢ່າງ​, ມີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ມີ​ີ​ສຽງ​ເວົ້າ​ນັບ​ມື້​ນັບ​ສຳ​ຄັນ​ໃນ​ບັນ​ດາ​ອົງ​ການ​ຂອງ ສປຊ. ພ້ອມ​ນັ້ນ​, ກໍ່ຢັ້ງ​ຢືນ​ວ່າ ສປຊ ກຽມ​ພ້ອມ​ຍູ້​ແຮງ​ການ​ປຶກ​ສາ​ດ້ານ​ນະ​ໂຍ​ບາຍ​, ໜູນ​ຊ່ວຍ​ດ້ານ​ເຕັກ​ນິກ​, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​, ແບ່ງ​ປັນ​ຄວາມ​ຮູ້​ໃນ​ການ​ຄຸ້ມຄອງບໍ​ລິ​ຫານ​ທ່ົວ​ໂລກ​, ຕັ້ງ​ໜ້າ​ເຊື່ອມ​ຕໍ່​ບັນ​ດາ​ລະ​ບອບ​ລະບຽບການການ​ເງິນ​ສາ​ກົນ ແລະ ບັນ​ດາ​ທະ​ນາ​ຄານ​ພັດ​ທະ​ນາ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ ຫວຽດ​ນາມ ຫັນ​ບັນ​ດາ​ເປົ້າ​ໝາຍ​ການພັດ​ທະ​ນາ​ແບບ​ຍືນ​ຍົງ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ​.

ນັກຂ່າວ VOV ປະຈຳ ອາເມລິກາ