(ພາບ:Quang Trung/VOV-Washington)
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນວັນຖັ໋ງ ໄດ້ຢັ້ງຢືນວ່າ: ຫວຽດນາມ ຢຶດໝັ້ນເດີນຕາມເສັ້ນທາງພັດທະນາແບບຍືນຍົງ, ຖືປະຊາຊົນເປັນໃຈກາງ, ເປັນເຈົ້າກຳ ແລະ ເປັນກຳລັງໜູນຂອງການພັດທະນາ. ພ້ອມນັ້ນ, ກໍ່ສະເໜີໃຫ້ ສປຊ ສືບຕໍ່ຮ່ວມເດີນທາງ, ແບ່ງປັນບົດຮຽນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ໜູນຊ່ວຍແຫຼ່ງກຳລັງດ້ານການເງິນ, ເຕັກໂນໂລຊີ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາດ້ານດິນຟ້າອາກາດ, ພັດທະນາພະລັງງານທົດແທນ, ການເຄື່ອນຍ້າຍພະລັງງານ ແລະ ການພັດທະນາເຂດທົ່ງພຽງແມ່ນຳ້ຂອງທາງພາກໃຕ້ ຫວຽດນາມ ແບບຍືນຍົງ; ໜູນຊ່ວຍການລະດົມແຫຼ່ງທຶນ ODA ໃຫ້ມີປະສິດທິຜົນ, ສຸມໃສ່ບຸລິມະສິດ ແລະ ພັດທະນາວິທະຍາສາດເຕັກໂນໂລຊີ, ການຫັນເປັນດີຈີຕອນ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
ສ່ວນທ່ານຮອງເລຂາທິການໃຫຍ່ ສປຊ ຫຼີຈຸນຮົວ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແບບຢ່າງ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີີສຽງເວົ້ານັບມື້ນັບສຳຄັນໃນບັນດາອົງການຂອງ ສປຊ. ພ້ອມນັ້ນ, ກໍ່ຢັ້ງຢືນວ່າ ສປຊ ກຽມພ້ອມຍູ້ແຮງການປຶກສາດ້ານນະໂຍບາຍ, ໜູນຊ່ວຍດ້ານເຕັກນິກ, ຍົກສູງກຳລັງຄວາມສາມາດ, ແບ່ງປັນຄວາມຮູ້ໃນການຄຸ້ມຄອງບໍລິຫານທ່ົວໂລກ, ຕັ້ງໜ້າເຊື່ອມຕໍ່ບັນດາລະບອບລະບຽບການການເງິນສາກົນ ແລະ ບັນດາທະນາຄານພັດທະນາເພື່ອແນໃສ່ໜູນຊ່ວຍ ຫວຽດນາມ ຫັນບັນດາເປົ້າໝາຍການພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຈິງ.
ນັກຂ່າວ VOV ປະຈຳ ອາເມລິກາ
