ຫວຽດນາມ ຍາມໃດກໍຖືເປັນສໍາຄັນ ສາຍພົວພັນມິດຕະພາບທີ່ເປັນ ມູນເຊື້ອ ແລະ ຄູ່ຮ່ວມມືຮອບດ້ານ ກັບ ຈີເລ, ສິ່ງນີ້ໂດຍທ່ານ ເລມິນຮຶງ ນາຍົກລັດຖະມົນຕີຫວຽດນາມ ເນັ້ນໜັກ ໃນວັນທີ 24 ສິງຫາ, ໃນການຕ້ອນຮັບ ທ່ານ Francisco Pérez Mackenna, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຈີເລ, ທີ່ພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 23-25 ສິງຫາ. ທ່ານ ນາຍົກລັດຖະມົນຕີ ເລມິນຮຶງ ໄດ້ສະເໜີໃຫ້ ສອງຝ່າຍ ສືບຕໍ່ປະສານງານ ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ ການແລກປ່ຽນຄະນະຜູ້ແທນ ໃນທຸກຊ່ອງທາງ ແລະ ທຸກຂັ້ນ, ລວມທັງການທູດພັກ ແລະ ການທູດລັດຖະສະພາ; ຜັນຂະຫຍາຍ ບັນດາກົນໄກຮ່ວມມື ທີ່ມີຢູ່ແລ້ວ ລະຫວ່າງ ສອງປະເທດ ຢ່າງມີປະສິດທິຜົນ ລວມທັງ ການປຶກສາຫາລືດ້ານການເມືອງ ແລະ ສະພາການຄ້າເສລີ; ສ້າງເງື່ອນໄຂ ໃຫ້ສິນຄ້າປະເພດທີ່ເປັນທ່າແຮງ ຂອງສອງປະເທດ ໄດ້ເຂົ້າເຖິງ ຕະຫຼາດ ຂອງກັນ; ເພີ່ມທະວີການຮ່ວມມືດ້ານ ການເງິນ-ທະນາຄານ, ວິທະຍາສາດ-ເຕັກໂນໂລຊີ ແລະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
ສ່ວນທ່ານ Francisco Pérez Mackenna ລັດຖະມົນຕີກະຊວງການຕ່າງປະເທດ ຈີເລ ໄດ້ຢັ້ງຢືນວ່າ ຈີເລ ຖື ຫວຽດນາມ ເປັນຄູ່ຮ່ວມມືສໍາຄັນແຖວໜ້າຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຫວັງຢ່າງຍິ່ງວ່າ ຈະຮັດແໜ້ນ ສາຍພົວພັນ ຄູ່ຮ່ວມມືຮອບດ້ານ ໃຫ້ຫຼາຍກ່ວາເກົ່າ, ໂດຍສະເພາະ ແມ່ນທາງດ້ານ ເສດຖະກິດ, ການຄ້າ ແລະ ການລົງທຶນ ແນໃສ່ເສີມຂະຫຍາຍ ທ່າແຮງ ຂອງແຕ່ລະປະເທດ. ທ່ານ ລັດຖະມົນຕີ Francisco Pérez Mackenna ໄດ້ເນັ້ນໜັກເຖິງ ຄວາມສາມາດບົ່ມຊ້ອນ ໃນການປະຕິບັດຫັນການຮ່ວມມືສອງຝ່າຍໃນຂົງເຂດການຄ້າ ຜະລິດຕະພັນກະເສດ, ກະສິກໍາ ແລະ ການປຸງແຕ່ງຜະລິດຕະພັນກະເສດນຳໃຊ້ ເຕັກໂນໂລຊີສູງ, ການຂຸດຄົ້ນແຮ່ທາດ ແລະ ພະລັງງານທົດແທນ, ວິທະຍາສາດເຕັກໂນໂລຊີ ແລະ ການສຶກສາເປັນລະອຽດ; ສຳຫຼວດກວດຄືນ ແລະ ຊຸກຍູ້ ການເຈລະຈາ ບາງຂໍ້ຕົກລົງ ຮ່ວມມື ກ່ຽວກັບ ການເງິນ, ການຄ້າ ແລະ ການສະກັດກັ້ນ, ຕ້ານ ອາຊະຍາກຳ ຂ້າມຊາດ.
