ຫວຽດນາມ ຍາມໃດກໍຖືເປັນສໍາຄັນ ສາຍພົວພັນມິດຕະພາບ​ທີ່​ເປັນ ມູນເຊື້ອ ແລະ ຄູ່ຮ່ວມມືຮອບດ້ານ ກັບ ຈີ​ເລ, ສິ່ງ​ນີ້​ໂດຍທ່ານ ເລມິນຮຶງ ນາຍົກລັດຖະມົນຕີຫວຽດ​ນາມ ເນັ້ນໜັກ ໃນວັນ​ທີ 24 ສິງ​ຫາ, ໃນການຕ້ອນຮັບ ທ່ານ Francisco Pérez Mackenna, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຈີເລ, ທີ່ພວມ​ຢ້ຽມຢາມຫວຽດນາມຢ່າງ​ເປັນ​ທາງ​ການ ແຕ່ວັນທີ 23-25 ສິງ​ຫາ. ທ່ານ ນາຍົກລັດຖະມົນຕີ ເລມິນຮຶງ ໄດ້ສະເໜີໃຫ້ ສອງຝ່າຍ ສືບ​ຕໍ່ປະສານງານ ຮ່ວມ​ມື​ກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ ການແລກປ່ຽນຄະນະຜູ້ແທນ ໃນທຸກຊ່ອງທາງ ແລະ ທຸກຂັ້ນ, ລວມທັງ​ການ​ທູດພັກ ແລະ ການທູດລັດ​ຖະສະພາ; ຜັນຂະຫຍາຍ ບັນດາກົນໄກຮ່ວມມື ທີ່ມີຢູ່ແລ້ວ ລະຫວ່າງ ສອງປະເທດ ຢ່າງມີປະສິດທິຜົນ ລວມທັງ ການປຶກສາຫາລືດ້ານການເມືອງ ແລະ ສະພາການຄ້າເສລີ; ສ້າງເງື່ອນໄຂ ໃຫ້ສິນ​ຄ້າ​ປະ​ເພດທີ່ເປັນທ່າແຮງ ຂອງສອງປະເທດ ໄດ້ເຂົ້າເຖິງ ຕະຫຼາດ ຂອງກັນ; ເພີ່ມທະວີການຮ່ວມມືດ້ານ ການເງິນ-ທະນາຄານ, ວິທະຍາສາດ-ເຕັກໂນໂລຊີ ແລະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ສ່ວນທ່ານ Francisco Pérez Mackenna ລັດຖະມົນຕີກະຊວງການຕ່າງປະເທດ ຈີ​ເລ ໄດ້ຢັ້ງຢືນວ່າ ຈີເລ ຖື ຫວຽດນາມ ເປັນຄູ່ຮ່ວມມືສໍາຄັນແຖວ​ໜ້າຢູ່ພາກ​ພື້ນ ອາຊີຕາເວັນອອກສ່ຽງໃຕ້, ຫວັງຢ່າງຍິ່ງວ່າ ຈະຮັດແໜ້ນ ສາຍພົວພັນ ຄູ່ຮ່ວມມືຮອບດ້ານ ໃຫ້ຫຼາຍກ່​ວາ​ເກົ່າ, ໂດຍສະເພາະ ແມ່ນທາງດ້ານ ເສດຖະກິດ, ການຄ້າ ແລະ ການລົງທຶນ ແນໃສ່ເສີມຂະຫຍາຍ ທ່າແຮງ ຂອງແຕ່ລະປະເທດ. ທ່ານ ລັດຖະມົນຕີ Francisco Pérez Mackenna ໄດ້ເນັ້ນໜັກເຖິງ ຄວາມສາມາດບົ່​ມ​ຊ້ອນ ໃນການປະຕິບັດຫັນການຮ່ວມມືສອງຝ່າຍໃນຂົງເຂດການຄ້າ ຜະລິດຕະພັນກະເສດ, ກະສິກໍາ ແລະ ການປຸງແຕ່ງຜະລິດຕະພັນກະເສດນຳ​ໃຊ້ ເຕັກໂນໂລຊີສູງ, ການຂຸດຄົ້ນແຮ່ທາດ ແລະ ພະລັງງານທົດ​ແທນ, ວິທະຍາສາດເຕັກໂນໂລຊີ ແລະ ການສຶກສາເປັນ​ລະ​ອຽດ; ສຳຫຼວດກວດ​ຄືນ ແລະ ຊຸກຍູ້ ການເຈລະຈາ ບາງຂໍ້ຕົກລົງ ຮ່ວມມື ກ່ຽວກັບ ການເງິນ, ການຄ້າ ແລະ ການສະ​ກັດ​ກັ້ນ, ຕ້ານ ອາຊະຍາກຳ ຂ້າມຊາດ.