ໃນຕອນແລງວັນທີ 24 ສິງຫາ, ຢູ່ສຳນັກງານລັດຖະບານ, ກ່າວຄຳເຫັນ ໃນການຕ້ອນຮັບ ທ່ານ Sanjay Wijesekera, ຫົວໜ້າ ກອງທຶນສະຫະປະຊາຊາດເພື່ອເດັກນ້ອຍ (UNICEF) ຮັບຜິດຊອບເຂດ ອາຊີ–ປາຊີຟິກ, ທ່ານນາງ ຟ້າມທິແທັງຈາ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການປົກປ້ອງ, ເບິ່ງແຍງດູແລ ເດັກນ້ອຍ ແມ່ນບຸລິມະສິດແຖວໜ້າ; ຖື ການລົງທຶນໃຫ້ແກ່ເດັກນ້ອຍ ແມ່ນການລົງທຶນ ເພື່ອອະນາຄົດ ຂອງປະເທດຊາດ ແລະ ແມ່ນພື້ນຖານອັນສຳຄັນເພື່ອປະຕິບັດ ບັນດາເປົ້າໝາຍພັດທະນາແບບຍືນຍົງ. ໂດຍສະເພາະ, ຫວຽດນາມ ກຳນົດວ່າ ການປົກປ້ອງ ເດັກນ້ອຍໃນສະພາບແວດລ້ອມອິນເຕີເນັດ ແມ່່ນໜ້າທີ່ສຳຄັນ ໃນສະພາບ ການຫັນເປັນດີຈີຕອນ.
ສ່ວນ ທ່ານ Sanjay Wijesekera ໄດ້ສະແດງ ຄວາມປະທັບໃຈຢ່າງຍິ່ງ ຕໍ່ບັນດາ ຜົນງານ ທີ່ຫວຽດນາມ ບັນລຸໄດ້ ໃນຂົງເຂດເດັກນ້ອຍ ແລະ ຫວັງຢ່າງຍິ່ງວ່າ ຈະສືບຕໍ່ຮ່ວມມື ກັບ ຫວຽດນາມ ຢ່າງແໜ້ນແຟ້ນ ໃນການແກ້ໄຂ ບັນດາສິ່ງທ້າທາຍເຊິ່ງໄວໜຸ່ມພວມປະເຊີນໜ້າໃນຍຸກດີຈີຕອນ.
