ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ (ພາບ:TTXVN)

ກ່າວຄໍາເຫັນທີ່ກອງປະຊຸມປຶກສາຫາລື, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ຖືວ່າ ບັນດາປະເທດຄວນຕັ້ງໜ້າສະໜັບສະໜູນ ແລະ ຜັນຂະຫຍາຍຖະແຫຼງການຄໍາໝັ້ນສັນຍາລວມກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ໃນປີ 2018. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ການລົງທຶນໃສ່ວຽກງານຝຶກແອບ ແລະ ກໍ່ສ້າງກໍາລັງຄວາມສາມາດ ຄວນໄດ້ຮັບການປະຕິບັດຢ່າງຄົບຊຸດຢູ່ໃນລະດັບທີ່ແຕກຕ່າງກັນ, ໃນນັ້ນ ຄວນຄິດໄລ່ເຖິງຄວາມຮຽກຮ້ອງຕ້ອງການສະເພາະພິເສດຂອງແຕ່ລະບໍລິເວນ ແລະ ຂອງບັນດາພາລະກອນຍິງ. ຢູ່ໃນລະດັບຊາດ, ບັນດາປະເທດຄວນເພີ່ມທະວີວຽກງານກວດກາຄືນ, ກະກຽມ ແລະ ຝຶກແອບກໍາລັງເພື່ອຕອບສະໜອງຖືກຕ້ອງຕາມບັນດາມາດຕະຖານ ຂອງ ສປຊ, ໃນນັ້ນຕ້ອງເອົາໃສ່ເປັນພິເສດເຖິງການຝຶກແອບກ່ອນການຜັນຂະຫຍາຍ. ບັນດາເອກະສານທີ່ເປັນປະໂຫຍດຂອງ ສປຊ ຄວນໄດ້ຮັບການອັບເດັດເປັນປະຈໍາ, ຢູ່ໃນລະດັບພາກພື້ນ, ບັນດາປະເທດຄວນເພີ່ມທະວີການສົມທົບແບ່ງປັນຂໍ້ມູນຂ່າວສານ ແລະ ປະສົບການ, ລວມທັງການຮ່ວມມືລະຫວ່າງບັນດາສູນຝຶກແອບ. ຢູ່ໃນລະດັບທົ່ວໂລກ, ລະບົບຂອງ ສປຊ ຄວນສົ່ງເສີມການພົວພັນຄູ່ຮ່ວມມື, ແບ່ງປັນໜ້າທີ່ຄວາມຮັບຜິດຊອບ ລະຫວ່າງບັນດາອົງການຂອງ ສປຊ, ໂດຍສະເພາະແມ່ນ ສະພາຄວາມໝັ້ນຄົງ, ຄະນະເລຂາ ແລະ ບັນດາປະເທດ ທີ່ຈັດສົ່ງທະຫານໄປ, ສ້າງຂັ້ນຕອນຖືກຕາມມາດຕະຖານ, ຮັບປະກັນແຫຼ່ງງົບປະມານໃຫ້ແກ່ການເຄື່ອນໄຫວຝຶກແອບ.