(ພາບ: VGP)
ກ່າວຄຳເຫັນທີ່ວາລະປຶກສາຫາລືຂັ້ນສູງ ກອງປະຊຸມຄັ້ງທີ 31 ບັນດາຝ່າຍເຂົ້າຮ່ວມຂອບສົນທິສັນຍາສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP31) ທີ່ຈັດຂຶ້ນຢູ່ ຕວກກີ, ຕອນເຊົ້າວັນທີ 17 ພະຈິກ, ທ່ານ ໂຮ່ກວກຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຍົກອອກສາມຂໍ້ສະເໜີ. ທີ່ໜຶ່ງແມ່ນ, ບັນດາປະເທດພັດທະນາ ແລະ ສະຖາບັນການເງິນສາກົນ ຕ້ອງສວມບົດບາດນຳພາ, ໃຫ້ບຸລິມະສິດແຫຼ່ງທຶນຊ່ວຍເຫຼືອລ້າ ແລະ ທຶນກູ້ຢືມໃຫ້ບຸລິມະສິດໃຫ້ແກ່ບັນດາການເຄື່ອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ປະເທດພວມພັດທະນາ. ທີສອງ, ຊຸກຍູ້ການຖ່າຍທອດເຕັກໂນໂລຊີ. ທີສາມ, ຮັບປະກັນວິວັດການຫັນປ່ຽນດຳເນີນໄປຢ່າງຍຸດຕິທຳ, ກວມລວມ, ຖືປະຊາຊົນເປັນໃຈກາງ, ສຸມໃສ່ການປົກປ້ອງການຫາລ້ຽງຊີບຂອງປະຊາຊົນ ແລະ ໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ.
ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວກຢຸງ ກໍ່ສະເໜີໃຫ້ບັນດາປະເທດເພີ່ມທະວີການຮ່ວມມືຫຼາຍຝ່າຍ, ເພີ່ມທະວີການໂອ້ລົມສົນທະນາເພື່ອຮັບປະກັນວ່າ ບັນດາມາດຕະການດ້ານການຄ້າທີ່ກ່ຽວຂ້ອງເຖິງດິນຟ້າອາກາດຈະໄດ້ປະຕິບັດຢ່າງ ໂປ່ງໃສ, ເຄົາລົບກົດໝາຍສາກົນ ແລະ ບໍ່ສ້າງຮົ້ວກີດຂວາງໃຫ້ແກ່ບັນດາພື້ນຖານເສດຖະກິດພວມພັດທະນາ.
