ກອງປະຊຸມປະຈຳປີສະຫະພັນການສື່ສານ ອາຊີ ແລະ ອາຊີຕາເວັນອອກສ່ຽງໃຕ້ 2026 ໄດ້ຈັດຂຶ້ນໃນວັນທີ 14 ກໍລະກົດ, ຢູ່ ຄຸນໝິງ, ແຂວງ ຢຸນໜານ, ຈີນ. ຫົວຂໍ້ໄດ້ຮັບຄວາມສົນໃຈຈາກຫຼາຍອົງການ ແລະ ອົງການຈັດຕັ້ງສື່ມວນຊົນພາຍໃນພາກພື້ນ ແມ່ນຄວາມຮັບຜິດຊອບຂອງສື່ມວນຊົນໃນຍຸກສະໄໝດີຈີຕອນ ແລະ ຍຸກ AI.
ກ່າວຄຳເຫັນທີ່ກອງປະຊຸມ, ນັກຂ່າວ ດົ່ງແມ້ງຮຸ່ງ, ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ, ເນັ້ນໜັກວ່າ ປະຈຸບັນມີ 93% ບັນດາຫ້ອງການຂ່າວພວມມີທ່າອ່ຽງເພີ່ມທະວີການລົງທຶນເຂົ້າ AI, ສະນັ້ນ, ເລື່ອງຍົກອອກບັນດາຫຼັກການເພື່ອຫັນການນຳໃຊ້ AI ເປັນມາດຖານໃນບັນດາອົງການສື່ມວນຊົນ ແລະ ກຳນົດທິດຄຸນສົມບັດຈັນຍາບັນອາຊີບໃນຍຸກສະໄໝດີຈີຕອນ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຢູ່ ຫວຽດນາມ. ໃນສະພາບການຕົວຈິງນັ້ນ, ຜູ້ຕາງໜ້າ ຫວຽດນາມ ໄດ້ແນະນຳບັນດາຂໍ້ສະເໜີສ້າງ “ພັນທະມິດຮ່ວມມືດີຈີຕອນ” ລະຫວ່າງບັນດາອົງການສື່ມວນຊົນຢູ່ພາຍໃນພາກພື້ນ.
ໃນຂະນະນັ້ນ, ທ່ານຫົວໜ້າຄະນະໂຄສະນາ ຄະນະພັກແຂວງ ຢຸນໜານ, ຈີນ, ປາດຖະໜາວ່າ ບັນດາສະມາຊິກຈະຕັ້ງໜ້າໝູນໃຊ້ກຳລັງແຮງຂອງເຕັກໂນໂລຊີໃນສະພາບປັນຍາປະດິດ (AI) ພວມປ່ຽນແປງສື່ມວນຊົນທົ່ວໂລກ.
