ຈຸດໝາຍຂອງແຜນຮ່າງ ແມ່ນແນໃສ່ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ກັບບັນດາປະເທດທີ່ມີການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ສຳຄັນ, ປະກອບສ່ວນເຂົ້າໃນເຕີບໂຕ ແລະ ຫັນຕະຫລາດສົ່ງອອກເປັນຫລາຍຮູບຫລາຍແບບ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງ ກໍ່ຄືຄວາມຮັບຮູ້ຂອງວິສາຫະກິດ ຫວຽດນາມ ກ່ຽວກັບການເຊື່ອມໂຍງ.

ພ້ອມກັນນັ້ນ, ປະກອບສ່ວນຍົກສູງກຳລັງຄວາມສາມາດຂອງບັນດາຜູ້ທີ່ປະຕິບັດວຽກງານສົ່ງເສີມການຄ້າ, ການລົງທຶນຢູ່ບັນດາທ້ອງຖິ່ນ ແລະ ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ; ສະໜອງຂໍ້ມູນຂ່າວລະອຽດ, ລວງເລິກຂະແໜງສິນຄ້າ, ຕະຫລາດ, ຄາດຄະເນການຜັນແປກ່ຽວກັບດ້ານການເມືອງ, ອັດຕາແລກປ່ຽນເງິນຕາໃຫ້ວິສາຫະກິດຂະໜາດກາງ ແລະ ນ້ອຍ.