ວັນ​ທີ 27 ສິງ​ຫາ, , ກອງປະຊຸມປະທານລັດ​ຖະສາກົນ ຄັ້ງທີ 2 (ISC-2) ໄດ້ໄຂຂຶ້ນ ຢູ່ນະຄອນຫຼວງ ພະນົມເປັນ, ກໍາປູເຈຍ.ກ່າວ​ຄຳ​ເຫັ​ນຢູ່ວາລະປຶກສາຫາລືລວມ, ​ທ່ານ​ນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ຫວຽດ​ນາມ ຢັ້ງຢືນບົດບາດທີ່ນັບມື້ນັບສຳຄັນຂອງ ການທູດລັດຖະສະພາໃນສະພາບໂລກທີ່ມີ​ການປ່ຽນແປງຢ່າງສັບສົນ, ພ້ອມທັງສະເໜີ 3 ການກຳນົດທິດ: ຍົກສູງສຽງເວົ້າຂອງລັດ​ຖະສະພາໃນ ການຊຸກຍູ້ການເຄົາລົບກົດບັດສະຫະປະຊາຊາດ, ກົດໝາຍສາກົນ, ລັດທິຫຼາຍຝ່າຍ ແລະ ແກ້ໄຂການຂັດແຍ່ງໂດຍສັນ​ຕິວິທີ; ເສີມຂະຫຍາຍບົດບາດຂອງການທູດລັດ​ຖະສະພາໃນ ການປ້ອງກັນ, ການແກ້ໄຂ ແລະ ການຟື້ນຟູຫຼັງການປະທະກັນໂດຍຜ່ານການເຈລະຈາ, ການສ້າງຄວາມເຊື່ອໝັ້ນ ແລະ ການໄກ່ເກ່ຍ; ຕິດພັນການປັບ​ປຸງສັນຕິພາບກັບ ການພັດທະນາແບບຍືນຍົງ ແລະ ການຮັບມືກັບບັນດາຄວາມທ້າທາຍແບບໃໝ່ໃນທົ່ວໂລກ, ໃນ ນັ້ນຊຸກຍູ້ການລົງນາມ, ໃຫ້ສັດຕະຍາບັນສົນທິສັນຍາ​ ຮ່າໂນ້ຍ ກ່ຽວກັບການປ້ອງກັນ ແລະ ຕ້ານອາດຊະຍາກໍາທາງໄຊເບີ.