ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ(ພາບ: VGP)
|
ຕອນເຊົ້າວັນທີ 17 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານຕີລາຄາໝາກຜົນວຽກງານການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນຮອບເວລາ 1 ປີຜ່ານມາ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ, ພາຍຫຼັງພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ຄົນທຳອິດ, ນາຍົກລັດຖະມົນຕີໄດ້ເປັນປະທານຈັດກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ. ພາຍໃຕ້ການຊີ້ນຳໂດຍກົງຂອງລັດຖະບານ, ຈິດໃຈປ້ອງກັນ, ສະກັດກັ້ນໂລກລະບາດ “ໄວ, ໄວກວ່າອີກ”, ເດັດດຽວ “ຕ້ານໂລກລະບາດຄືຕ້ານສັດຕູ” ເຊິ່ງຂະແໜງສາທາລະນະສຸກ, ບັນດາທ້ອງຖິ່ນສຸມໃສ່ປະຕິບັດ. ປະຊາຊົນກໍ່ປະຕິບັດບັນດາການແນະນຳກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດເປັນຢ່າງດີ. ຍ້ອນບັນດາສິ່ງດັ່ງກ່າວໄດ້ຊ່ວຍໃຫ້ຫວຽດນາມ ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນນັບທັງ 3 ຄັ້ງໃນຮອບເວລາ 14 ເດືອນຜ່ານມາ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາສະມາຊິກເຂົ້າຮ່ວມກອງປະຊຸມຕ້ອງຖອດຖອນບົດຮຽນ, ບັນດາການຄາດຄະເນ, ມາດຕະການແກ້ໄຂໃນໄລຍະຈະມາເຖິງ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນກວ່າ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຍົກໃຫ້ເຫັນບັນດາບົດຮຽນທີ່ຖອດຖອນມາໄດ້.
“ທີໜຶ່ງແມ່ນການຊີ້ນຳ, ນຳພາທີ່ຖືກຕ້ອງ, ຂ້ຽວຂາດ, ທັນການຂອງພັກ, ລັດ, ຄວາມມານະພະຍາຍາມຂອງລະບົບການເມືອງ. ທີ່ສອງແມ່ນ, ດ້ວຍທັດສະນະຮັກສາສຸຂະພາບ, ປົກປ້ອງຊີວິດອິນຊີຂອງປະຊາຊົນ ແມ່ນວຽກງານສຳຄັນແຖວໜ້າ ໄດ້ເປັນປະຖົມປັດໄຈແກ່ຄວາມມານະພະຍາຍາມສ້າງຄວາມເຫັນດີເຫັນພ້ອມ ແລະ ລະດົມແຫຼ່ງກຳລັງໃນສັງຄົມ. ທີສາມແມ່ນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າການ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສາມັກຄີກັນເປັນຈິດໜຶ່ງໃຈດຽວ. ທີສີ່ແມ່ນ, ຫວຽດນາມ ເປັນປະເທດທີ່ມີປະຊາທິປະໄຕ, ບົດບາດຂອງຄວາມເປີດເຜີຍ, ໂປ່ງໃສໃນການປ້ອງກັນ, ສະກັດກັ້ນໂລກລະບາດ.”
ກອງປະຊຸມຄະນະປະຈຳລັດຖະບານຕີລາຄາໝາກຜົນວຽກງານການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 (ພາບ: VGP) |
ກ່ຽວກັບແຫຼ່ງວັກຊິນ, ກະຊວງສາທາລະນະສຸກໄດ້ສ້າງຕັ້ງໜ່ວຍວຽກງານເພື່ອຈັດຊື້, ນຳເຂົ້າວັກຊິນ. ແຫຼ່ງຂ່າວຈາກໂຄງການ COVAX Faclility ໃຫ້ຮູ້ວ່າ, ກະຊວງສາທາລະນະສຸກຫວຽດນາມ ໄດ້ສົ່ງເອກະສານສຳເລັດແລ້ວ ແລະ ໂຄງການໃຫ້ຄຳໝັ້ນສັນຍາຈະສະໜອງວັກຊິນ ແລະ ເຄື່ອງອຸປະກອນສັກວັກຊິນໂດຍບໍ່ເສຍຄ່າ, ປະມານ 30 ລ້ານໂດສ. COVAX Faclility ໃຫ້ຮູ້ວ່າ, ຮອດເດືອນ ພຶດສະພາ 2021 ຈະສະໜອງວັກຊິນງວດທຳອິດປະມານ 4,1 ລ້ານໂດສ ໃຫ້ແກ່ຫວຽດນາມ (ວັກຊິນໂດຍ AstraZenecca ຜະລິດ), ຈຳນວນວັກຊິນຈັດແບ່ງຄັ້ງຕໍ່ໄປ COVAX ຈະແຈ້ງຕາມຫຼັງ.
ກໍ່ກ່ຽວຂ້ອງເຖິງເລື່ອງວັກຊິນ: ກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ, ສະຫະພັນລັດເຊຍ ໄດ້ມອບວັກຊິນ Sputnik V ຈຳນວນ 1.000 ໂດສ ທຳອິດໃຫ້ແກ່ຫວຽດນາມ. ນີ້ແມ່ນວັກຊິນກັນເຊື້ອໂຄວິດ-19 ທຳອິດຂອງລັດເຊຍ ຢູ່ຫວຽດນາມ. ງວດວັກຊິນ Sputnik V ນີ້ໂດຍທ່ານ Nikolai Patrushev, ເລຂາສະພາຄວາມໝັ້ນຄົງສະຫະພັນລັດເຊຍ ນຳມາຫວຽດນາມ ໃນຕອນເຊົ້າວັນທີ 16 ມີນາ, ໃນການໄປປະຕິບັດງານຢູ່ຮ່າໂນ້ຍ ເປັນເວລາ 2 ວັນ.
ກ່ຽວກັບການພັດທະນາວັກຊິນຢູ່ພາຍໃນປະເທດ, ຄາດວ່າ ວັກຊິນໂດຍຫວຽດນາມ ຜະລິດຈະໄດ້ນຳໃຊ້ໃນປີ 2022.


