​ນີ້​ແມ່ນ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ສຳ​ຄັນ​ທີ່​ສຸດ​ໃນ​ປີ ເພື່ອ​ແນ​ໃສ່​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ໃຫຍ່​ຂອງ​ເສດ​ຖະ​ກິດ ພາກ​ພື້ນ​, ກວດ​ກາ​ຄືນ​ໝາກ​ຜົນ​ການ​ຮ່ວມ​ມື​ໃນ​ປີ ແລະ ກະ​ກຽມ​ເນື້ອ​ໃນ​ຮັບ​ໃຊ້​ກອງ​ປະ​ຊຸມ​ຂັ້ນ​ສູງ APEC 33 ຢູ່​ເຊີນ​ເຈີ້ນ, ປະ​ເທດ ຈີນ​. ກອງ​ປະ​ຊຸມ​ສຸມ​ໃສ່​ປຶກ​ສາ​ຫາ​ລື​ສອງ​ເນື້ອ​ໃນ​ໃຫຍ່​, ຄື​: ການຮ່ວມ​ມື​ມຸ່ງ​ໄປ​ເຖິງ​ປະ​ຊາ​ຄົມ ອາ​ຊີ - ປາ​ຊີ​ຟິກ ແລະ ຊຸກ​ຍູ້​ການ​ຮ່ວມ​ສຳ​ພັນ​ທາງເສດ​ຖະ​ກິດ ເພື່ອ​ການ​ເຕີບ​ໂຕ​ຂອງ​ພາກ​ພື້ນ​.

​ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ​, ທ່ານ ເລ​ຮ່ວາຍ​ຈູງ​, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ຍົກ​ອອກ 3 ຂໍ້​ສະ​ເໜີ​ກຳ​ນົດ​ທິດ​ທາງ​ໃຫ້​ພາກ​ພື້ນ​. ທີ​ໜຶ່ງ​ແມ່ນ​, ສ້າງ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ສະ​ມັດ​ຕະ​ພາບ​ຜ່ານ​ການ​ຍູ້​ແຮງ​ການ​ການນຳ​ໃຊ້ປັນ​ຍາ​ປະ​ດິດ (AI), ເຕັກ​ໂນ​ໂລ​ຊີ ດີ​ຈີ​ຕອນ ​ຢ່າງມີ​ຄວາມ​ຮັບ​ຜິດ​ຊອບ ແລະ ປະ​ສິດ​ທິ​ຜົນ ​, ສ້າງ​ສະ​ພາບ​ແວດ​ລ້ອມອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​​ແກ່ການ​ຄົ້ນ​ຄ້ວາ ແລະ ພັດ​ທະ​ນາ​, ພັດ​ທະ​ນາ​ເຄືອ​ຂ່າຍ​ປ່ຽນ​ໃໝ່​ນະ​ວັດ​ຕະ​ກຳ​ພາກ​ພື້ນ​, ຊັບ​ພະ​ຍາ​ກອນ​ມະ​ນຸດ​ດ້ວຍ​ທັກ​ສະ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ​​ຂອງອະ​ນາ​ຄົດ​. ທີ​ສອງ​, ສ້າງ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ເປີດ ແລະ ເຊື່ອມ​ຕໍ່​, ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່ການ​ແລກ​ປ່ຽນ​ສິນ​ຄ້າ ແລະ ການ​ບໍ​ລິ​ການ​, ແກ້​ໄຂ​ບັນ​ດາ​ຂອດ​ຕິດ​ຂັດ​ໃນ​ລະ​ບົບ​​ຕ່ອງ​ໂສ້ການ​ສະ​ໜອງ​, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ກ່ຽວ​ກັບ​ລະ​ບອບ​,​ ພື້ນ​ຖານ​ໂຄງ​ລ່າງ ແລະ ດີ​ຈີ​ຕອນ​, ຊຸກ​ຍູ້ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​. ທີ​ສາມ​ແມ່ນ​, ສ້າງ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ຂະ​ຫຍັນ​ຂັນ​ເຄື່ອນ​, ເອົາ​ໃຈ​ໃສ່​​ເປັນ​ພິ​ເສດ​ເຖິງ​ການຮ່ວມ​ມືຮັບປະ​ກັນ​ຄວາມ​ປອດ​ໄພ​ດ້ານທັນ​ຍາ​ຫານ​, ພະ​ລັງ​ງານ​, ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ໃຫ້​ຍືນ​ຍົງ​...

VOV ປະຈຳຈີນ