ທ່ານນັກຊ່ຽວຊານເສດຖະກິດ, ປະລິນຍາເອກ ເລດັງແຢວງ ຖືວ່າ ບັນລຸໄດ້ໝາກຜົນນີ້ ແມ່ນຕ້ອງເວົ້າເຖິງຄວາມມານະພະຍາຍາມທີ່ບໍ່ຮູ້ອິດຮູ້ເມື່ອຍຂອງລັດຖະບານ ແລະ ໃນນາມສ່ວນຕົວຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃນການປະຕິຮູບລະບອບລະບຽບການ.

ຫວຽດນາມ ບັນລຸໄດ້ໝາກຜົນການເຕີບໂຕຢ່າງແຮງນັ້ນ ແມ່ນໝາກຜົນຂອງຂະບວນວິວັດແຫ່ງການປະຕິຮູບໃນຫຼາຍດ້ານ ແລະ ບັນດາດັດຊະນີທັງໝົດລ້ວນແຕ່ມີບາດກ້າວເຕີບໂຕຫຼາຍພໍສົມຄວນ. ຕົວຢ່າງຄື ດັດຊະນີກ່ຽວກັບການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ໄດ້ມີການເຕີບໂຕແຮງທີ່ສຸດ ຫຼືບັນດາດັດຊະນີອື່ນໆຄືຕະຫຼາດສິນຄ້າ... ກໍໄດ້ຮັບການຕີລາຄາສູງ. ພວກເຮົາເຄົາລົບ ແລະ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງລັດຖະບານ, ພິເສດແມ່ນທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ທີ່ໄດ້ມານະພະຍາຍາມ ເພື່ອຫຼຸດຜ່ອນຂັ້ນຕອນການລົງທະບຽນດໍາເນີນທຸລະກິດ”.

ເຖິງຢ່າງໃດກໍຕາມ, ທ່ານປະລິນຍາເອກ ເລດັງແຢວງ ຖືວ່າ ຫວຽດນາມ ຄວນມີຄວາມກ້າຫານກວ່າໃນການປັບປຸງບັນດາດັດຊະນີພາກສ່່ວນຕ່າງໆ ເພື່ອຕອບສະໜອງໄດ້ຕາມບັນດາມາດຕະຖານຂອງພື້ນຖານເສດຖະກິດການຕະຫຼາດ ກໍຄື ໜູນຊ່ວຍວິສາຫະກິດໄດ້ດີກວ່າເກົ່າ, ພ້ອມທັງຕ້ອງສືບຕໍ່ປະຕິຮູບລະບອບລະບຽບການຢ່າງແຮງ, ຮັບປະກັນຄວາມເປີດເຜີຍ ແລະ ກະຈ່າງແຈ້ງຕື່ມອີກ.