ທ່ານ ເລຮວ່າຍຈູງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ (ພາບ: TTXVN) |
ທີ່ກອງປະຊຸມປຶກສາຫາລື, ທ່ານ ເລຮວ່າຍຈູງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເນັ້ກໜັກເຖິງບົດບາດຕັ້ງໜ້າຂອງ ແມ່ຍິງສໍາລັບສັນຕິພາບເວົ້າລວມ ແລະ ການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ເວົ້າສະເພາະ, ເປັນຕົ້ນແມ່ນ ເພີ່ມທະວີປະສິດທິຜົນໃນການແກ້ໄຂບັນດາບັນຫາຄວາມສະເໝີພາບລະຫວ່າງຍິງ-ຊາຍ, ປົກປ້ອງ ແລະ ຊຸກຍູ້ການປະຕິບັດສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກຍິງ. ທ່ານເລຮວ່າຍຈູງ ຖືວ່າ ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ສປຊ ຄວນຊຸກຍູ້ການປະຕິບັດມະຕິເລກທີ 2242 ຂອງ ສະພາຄວາມໝັ້ນຄົງ, ສປຊ ຢ່າງແຮງກວ່າອີກ; ຄົ້ນຄວ້າກ່ຽວກັບບັນດາຮົ້ວກີດຂວາງຂອງແມ່ຍິງເມື່ອເຂົ້າຮ່ວມບັນດາກໍາລັງຮັກສາສັນຕິພາບຢ່າງລະອຽດ ແລະ ສະເໜີມາດຕະການບົນພື້ນຖານຍຸດທະສາດຄວາມສະເໝີພາບລະຫວ່າງຍິງ - ຊາຍ, ພ້ອມທັງສະເໜີບັນດາປະເທດພັດທະນາ ຍູ້ແຮງການໜູນຊ່ວຍຂໍ້ລິເລີ່ມ Elsie ເພື່ອແນໃສ່ເພີ່ມທະວີຈໍານວນແມ່ຍິງເຂົ້າຮ່ວມບັນດາກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

