ຕໍ່ກັບ​ບັນ​ດາ​ຄວາມ​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງ​ທາງ​ດ້ານ​ຊີ​ວິດ ແລະ ຊັບ​ສິນຂອງປະ​ຊ​າ​ຊົນ ເນ​ປານ ​ຍ້ອນນ້ຳ​ໄຫຼ​ຊຸ ແລະ ດິນ​ເຊາະ​ເຈື່ອນ​, ບົນ​ພື້ນ​ຖານ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ນ້ຳ​ໃຈ​ສາ​ມັກ​ຄີ ແລະ ການໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ ຫວຽດ​ນາມ ແລະ ເນ​ປານ, ພ​ັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ໄດ້ຕົກ​ລົງ​ອຸ​ປະ​ຖຳ​ມະ​ນຸດ​ສະ​ທຳ​ຢ່າງ​ຮີບ​ດ່ວນ​ດ້ວຍ​ຈຳ​ນວນ​ເງິນ 300.000 USD ເພື່ອ​ຊ່ວຍ​ໃຫ້​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ເນ​ປານ ແກ້​ໄຂ​ຜົນ​ຮ້າຍ​ທີ່ເກີດ​ຈາກ​ໄພ​ທຳ​ມະ​ຊາດ.

ໄພ​ພິ​ບັດນ້ຳ​ໄຫຼ​ຊຸ ແລະ ດິນ​ເຊາະ​ເຈື່ອນເກີດ​ຂຶ້ນ​ໃນ​ວັນ​ທີ 26 ສິງ​ຫາ. ຕາມ​ອົງ​ການ​ຄຸ​້ມ​ຄອງ ແລະ ​ຜ່ອນບັນເທົາໄພ​ທຳ​ມະ​ຊາດ ເນ​ປານ ແລ້ວ, ໄລ່​ຮອດ​ເວ​ລາ 20 ໂມງ ຕອນ​ຄ່ຳ​ວັນ​ທີ 04 ກັນ​ຍາ (ຕາມ​ເວ​ລາ ຫວຽດ​ນາມ), ມີ​ຜ​ູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 1.287 ຄົນ ແລະ 5.083 ຄົນ​ຫາຍ​ສາບ​ສູນ​ຍ້ອນ​ໄພ​ພິ​ບັດນ້ຳ​ໄຫຼ​ຊຸ ແລະ ດິນ​ເຊາະ​ເຈື່ອນ.