ມືວາງເຈີ່ນກວຽດຈຽນ ຍາດໄດ້ລາງວັນຊະນະເລີດສຳລັບກິລາ ບິນລຽດ-ສະນຸກເກີໂລກ

ນັດແຂ່ງຂັນສຸດທ້າຍນີ້ແມ່ນໄດ້ສ້າງຄວາມຕື່ນເຕັ້ນແກ່ຜູ້ຊົມ. ທັງສອງມືວາງໄດ້ແຂ່ງຂັນຢ່າງດຸເດືອດ ແລະ ສ້າງຄະແນນທີ່ໜ້າປະທັບໃຈ ກ່ອນທີ່ ມືວາງ ເຈີ່ນກວຽດຈຽນ (ຫວຽດນາມ)ເອົາຊະນະ ດ້ວຍຄະແນນ 50-44.

ນີ້ແມ່ນຄັ້ງທີ 3 ທີ່ ມືວາງເຈີ່ນກວຽດຈຽນ ຍາດໄດ້ລາງວັນຊະນະເລີດສຳລັບກິລາ ບິນລຽດ-ສະນຸກເກີໂລກ . ສອງຄັ້ງກ່ອນນີ້ ແມ່ນ ໃນປີ 2018 ຢູ່ນະຄອນໂຮ່ຈິມິນ (ຫວຽດນາມ) ແລະ ປີ 2023 ຢູ່ນະຄອນ Porto (ປອກຕຸຍການ).