ອາໄລຫາການນຳ ກູບາ Fidel Castro ແລະ ສະແດງນຳ້ໃຈສາມັກຄີ, ສະໜິດຕິດພັນ, ການແບ່ງປັນລະຫວ່າງ ຫວຽດນາມ - ກູບາ, ຫຼາຍທ້ອງຖີ່ນໃນທົ່ວປະເທດໄດ້ຈັດຕັ້ງພິທີອາໄລຫາການນຳ Fidel Castro.

(ການນຳແຂວງ ເບັ໋ນແຈໄດ້ຈັດຕັ້ງພິທີ ໄວ້ອາໄລການນຳ Fidel Castro)
ການນຳແຂວງ ເບັ໋ນແຈໄດ້ຈັດຕັ້ງພິທີ ໄວ້ອາໄລການນຳ Fidel Castro ຢູ່ບ້ານ Moncada, ເມືອງ ຢົ່ງຈົມ. ອ່ານສູນທອນພົດນະພິທີ, ທ່ານ ຫງວຽນມິງຈູງ, ຮອງປະທານຄະນະກຳມະການປະຊາຊົນເມືອງ ຢົ່ງຈົມ ໄດ້ສະແດງຄວາມເສົ້າສະຫຼົດໃຈເຖິງການນຳ ກູບາ Fidel Castro, ເຊິ່ງແມ່ນເພື່ອນຜູ້ຍິ່ງໃຫຍ່, ເປັນອ້າຍນ້ອງຜູ້ສຸດຈິດສຸດໃຈ, ໃກ້ຊິດສະໜິດສະໜົມກັບປະຊາຊົນ ຫວຽດນາມ. Fidel Castro ແລະ ປະທານ ໂຮ່ຈີມິນ ພ້ອມກັບບັນດາການນຳລຸ້ນກ່ອນໄດ້ເພີ່ມພູນຄູນສ້າງ, ປັບປຸງ, ພັດທະນາສາຍພົວພັນສາມັກຄີ, ມິດຕະພາບ, ຄວາມສະໜິດຕິດພັນລະຫວ່າງສອງປະເທດ.
ຕອນເຊົ້າວັນດຽວກັນ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ກວາງຈີ້ ໄດ້ຈັດຕັ້ງພິທີອາໄລຫາການນຳ Fidel Castro ແລະ ວາງສະແດງຊຸດຮູບຖ່າຍ “ຈຸດເວລາທີ່ປະທານ Fidel Castro ຢູ່ເຂດດິນອັນດຸເດືອດ ກວາງຈີ້ ເມື່ອປີ 1973“. ທ່ານເລວຽດຈີ່, ຢູ່ນະຄອນ ດົ່ງຮ່າ ໄດ້ເວົ້າດ້ວຍຄວາມສະເທືອນໃຈວ່າ:
“ຮູບພາບ Fidel Castro ແມ່ນດີເລີດ, ເພິ່ນແມ່ນປະມຸກລັດຜູ້ທຳອິດ, ແລະ ເປັນຜູ້ໜຶ່ງດຽວໄດ້ມາຢາມເຂດປົດປ່ອຍ ກວາງຈີ້. ເພິ່ມແມ່ນຮູບພາບທີ່ສວຍງາມຢູ່ໃນໃຈຂ້າພະເຈົ້າ ກໍ່ຄືປະຊາຊົນ ກວາງຈີ້. ຂ້າພະເຈົ້າປາຖະໜາວ່າ, ສາຍພົວພັນອັນສະໜິດຕິດພັນລະຫວ່າງ ຫວຽດນາມ - ກູບາ ເວົ້າລວມ ແລະ ກວາງຈີ້ເວົ້າສະເພາະ ນັບມື້ນັບຮັດແໜ້ນກວ່າອີກ“.
