ທ່ານນາງຫງວຽນເຟືອງງາ, ເອກອັກຄະລັດຖະທູດ, ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ປະຈຳ ສປຊ

ເຂົ້າຮ່ວມການປຶກສາຫາລື ມີກວ່າ70 ປະເທດສະມາຊິກ ແລະ ຜູ້ຕາງຫນ້າບັນດາອົງການຈັດຕັ້ງສາກົນ. ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານນາງຫງວຽນເຟືອງງາ, ເອກອັກຄະລັດຖະທູດ, ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ປະຈຳ ສປຊ ເນັ້ນຫນັກວ່າ: ສັນຕິພາບ, ຄວາມໝັ້ນຄົງ ແມ່ນເງື່ອນໄຂທີ່ຈຳເປັນໃຫ້ແກ່ການພັດທະນາແບບຍືນຍົງ ແລະ ກົງກັນຂ້າມ, ບັນດາການເຄື່ອນໄຫວຮັກສາສັກຕິພາບຂອງ ສປຊ ຕ້ອງປ່ຽນແປງໃຫມ່ເພື່ອຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງພວມເກີດຂຶ້ນ, ຫັນບັນດາເປົ້າໝາຍສັນຕິພາບແບບຍືນຍົງໃຫ້ປະກົດຜົນເປັນຈິງ.