
(ພາບປະກອບຈາກ 123RF)
(vovworld) – ວັນທີ 5/12, ຢູ່ນະຄອນຫຼວງ Buenos Aires, ອັກຊັງຕີນ ແລະ ຫວຽດນາມ ໄດ້ດຳເນີນວາລະທາບທາມການເມືອງ ຄັ້ງທີ 7, ເພື່ອແນໃສ່ເພີ່ມທະວີການຮ່ວມມື 2 ຝ່າຍ. ທີ່ການເຮັດວຽກ, ທ່ານ Carlos Foradori, ຮອງລັດຖະມົນຕີການຕ່າງປະເທດປະເທດເຈົ້າພາບ ແລະ ທ່ານ ດັ້ງດິ່ງກູ໋ຍ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເປັນເອກະພາບສືບຕໍ່ປັບປຸງການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ, ໃນນັ້ນມີເວທີປາໄສຮ່ວມມື ອາເມລິກາ ລາຕີນ ແລະ ອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງເນັ້ນໜັກຄວາມສຳຄັນຂອງການແກ້ໄຂບັນດາຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ກົດບັດ ສປຊ. ສອງຝ່າຍກໍ່ແລກປ່ຽນກ່ຽວກັບບັນດາບັນຫາເຊື່ອມໂຍງເຂົ້າກັບພາກພື້ນ, ອົບພະຍົບ, ປ້ອງກັນ, ຕ້ານການຄ້າມະນຸດ ແລະ ບັນດາການເຄື່ອນໄຫວອາດຊະຍາກຳມີການຈັດຕັ້ງ. ທ່ານຮອງລັດຖະມົນຕີ Foradori ໄດ້ສະແດງຄວາມປາດຖະໜາວ່າ ເພີ່ມທະວີການຮ່ວມມືກັບບັນດາປະເທດ ອາຊີ - ປາຊີຟິກ, ກໍ່ຄືການເຂົ້າຮ່ວມສົນທິສັນຍາໄມຕິຈິດ ແລະ ການຮ່ວມມື ອາຊຽນ.

(ພາບປະກອບຈາກ 123RF)
