ຄະນະຫວຽດນາມເຂົ້າຮ່ວມງານບຸນດ້ວຍການເດີນແບບຊຸດເສື້ອຍາວ |
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມງານບຸນ ດ້ວຍລາຍການເດີນແບບຊຸດເສື້ອຍາວ ໄດ້ສ້າງດຶງດູດໃຈຜູ້ຊົມ ແລະ ຄວາມເປັນເອກະລັກສະເພາະໃນງານບຸນນີ້. ຮ້ານວາງສະແດງ 2 ຮ້ານຂອງສະຖານທູດຫວຽດນາມ, ນອກຈາກວາງສະແດງເຄື່ອງສິລະປະຫັດຖະກຳຫລາຍປະເພດແລ້ວ ຍັງມີຮ້ານອາຫານການກິນ ຊື່ງໄດ້ແນະນຳບັນດາເຍື່ອງອາຫານພື້ນເມືອງເຂັ້ມຂັ້ນໄປດ້ວຍສີສັນຂອງຫວຽດນາມ ອັນໄດ້ສ້າງຄວາມປະທັບໃຈໃຫ້ແຂກມາຮ່ວມເປັນຈຳນວນຫລວງຫລາຍ.

