ກອງປະຊຸມສຳມະນາ

(ພາບ: daidoanket.vn)

ທ່ານ ຫງວຽນຈີຈູງ, ຜູ້ອຳນວຍການສູນຄຸ້ມຄອງອະນຸລັກຮັກສາມໍລະດົກວັດທະນະທຳ ນະຄອນ ໂຮ້ຍອານ, ແຂວງ ກວາງນາມ ແບ່ງປັນວ່າ: ຢູ່ ໂຮ້ຍອານ ຍັງຮັກສາປູຊະນີຍະສະຖານກວ່າ 1000 ແຫ່ງ ຄື: ເຮືອນບູຮານ, ສາລາບ້ານ, ວັດວາອາຮາມ, ຫໍບູຊາວົງຕະກຸນ… ດ້ວຍຄຸນຄ່າພົ້ນເດັນກ່ຽວກັບວັດທະນະທຳນັ້ນ, ວັນທີ 4 ທັນວາປີ 1999 ຕົວເມືອງເກົ່າ ໂຮ້ຍອານ ໄດ້ຮັບການຮັບຮອງຈາກ UNESCO ວ່າແມ່ນຫນຶ່ງໃນບັນດາສະຖານທີ່ປະຕິບັດວຽກງານອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳຢູ່ ພາກພື້ນ ອາຊີ ປາຊີຟີກ ເປັນຢ່າງດີ. ທ່ານ ຫງວຽນຈີຈູງ ໃຫ້ຮູ້ວ່າ:

“ສຳລັບ ໂຮ້ຍອານ, ໃນຊຸມປີຜ່ານມາ ແລະ ໄລຍະຈະມາເຖິງ ຢາກອະນຸລັກຮັກສາ ແລະ ພັດທະນາການທ່ອງທ່ຽວ ບົນພື້ນຖານເສີມຂະຫຍາຍບົດບາດຂອງວົງຄະນາຍາດ ແລະ ບັນດາຝ່າຍກ່ຽວຂ້ອງ, ນັ້ນແມ່ນບັນຫາສຳຄັນທີ່ສຸດ. ການພັດທະນາຈະນຳມາເຊິ່ງຜົນປະໂຫຍດໃຫ້ວົງຄະນາຍາດ ແລະ ຈາກວົງຄະນາຍາດຈະມີຄວາມຮັບຜິດຊອບໃນການອະນຸລັກຮັກສາ, ນັ້ນແມ່ນສາຍພົວພັນຢ່າງແຫນ້ນແຟ້ນ ແລະ ຕ້ອງເສີມຂະຫຍາຍໄດ້ບົດບາດຂອງວົງຄະນາຍາດ ແລະ ບັນດາຝ່າຍກ່ຽວຂ້ອງ.”