
(ຫວຽດນາມປາຖະໜາຢາກຮ່ວມມືກັບສເຊັກໂກ
ໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ)
ທີ່ພິທີລົງນາມ, ທ່ານ ເຈືອງມິງຕ໋ວນ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໃຫ້ຮູ້ວ່າ, ການເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນໃນລາຍການເຮັກວຽກຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຢູ່ ສເຊັກໂກຄັ້ງນີ້. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມສຳຄັນ ແລະ ຢັ້ງຢືນຄວາມຕັດສິນໃຈຂອງກະຊວງ, ຂະແໜງການຂອງສອງປະເທດໃນການປັບປຸງ ແລະ ເປີດກວ້າງການຮ່ວມມືໃນຂົງເຂຖະແຫຼງຂ່າວ ແລະ ສື່ສານຢ່າງບໍ່ຢຸດຢັ້ງ, ຜ່ານນັ້ນປະກອບສ່ວນປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງລັດຖະບານ, ປະຊາຊົນສອງປະເທດ ຫວຽດນາມ ແລະ ສເຊັກໂກ.
