ຜູ້ແທນເຂົ້າຮ່ວມພິທີມອບສົ່ງຫນ້າທີ່ປະທານACR

ພາບ:Vietnamplus

ນີ້ແມ່ນການຕີລາຄາຂອງເອກອັກຄະລັດຖະທູດ ບັນດາປະເທດ ອາຊຽນໃນການປະຊຸມມອບສົ່ງຫນ້າທີ່ປະທານ ACR ຈາກຫວຽດນາມ ໃຫ້ແກ່ ເອກອັກຄະລັດຖະທູດໄທ ດຳເນີນໃນວັນທີ 21 ກໍລະກົດ ຢູ່ ສຳນັກງານສະຖານທູດຫວຽດນາມ ຢູ່ ໂຣມ. ໃນອາຍຸການປະທານ ACR, ນອກຈາກຈັດຕັ້ງບັນດາກອງປະຊຸມປະສານງານການເຄື່ອນໄຫວຂອງກຸ່ມເຕັກນິກ, ສະຖານທູດຫວຽດນາມ ກໍ່ມີຄວາມຜເອົາໃຈໃສ່ຊຸກຍູ້ການເຊື່ອມຕໍ່ການພົວພັນລະຫວ່າງ ACR ກັບບັນດາຄູ່ຮ່ວມມືລັດຖະບານ, ສະພາແຫ່ງຊາດ ແລະ ອຳນາດການປົກຄອງບັນດາທ້ອງຖິ່ນຂອງ ອີຕາລີ. ທ່ານ ກາວຈີງທ້ຽນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເນັ້ນຫນັກວ່າ, ໃນໄລຍະຈະມາເຖິງ, ສະຖານທູດຫວຽດນາມ ຈະສືບຕໍ່ຕັ້ງຫນ້າສົມທົບກັບ ປະທານ ACR ຄົນໃຫມ່ ເພື່ອຊ່ວຍໃຫ້ບັນດາການເຄື່ອນໄຫວໃນຂອບເຂດ ACR ດຳເນີນໄປຢ່າງດີງາມ, ມີປະສິດທິຜົນ.