ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ຕ້ອນຮັບການນຳ ຄະນະກຳມະການບໍລິຫານກຸ່ມບໍລິສັດ Air Liquide ຂອງຝລັ່ງ (ພາບ: VGP/Đoàn Bắc) |
ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ມີຄວາມເຊື່ອໝັ້ນວ່າ Air Liquide ຈະສືບຕໍ່ສົມທົບຢ່າງແຫນ້ນແຟ້ນກັບບັນດາກະຊວງ, ຂະແຫນງການ ແລະ ວິສາຫະກິດ ເພື່ອຍູ້ໄວວິວັດການກະກຽມບັນດາໂຄງການລົງທຶນ, ເປີດກວ້າງ, ຍົກສູງກຳລັງຄວາມສາມາດການຜະລິດຢູ່ຫວຽດນາມ.
ການນຳ ກຸ່ມບໍລິສັດ Air Liquide ຢືນຢັນ: ປະຈຸບັນ ຫວຽດນາມ ມີສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງສະດວກ, ດຶງດູດບັນດານັກລົງທຶນສາກົນ. ໃນໄລຍະຈະມາເຖິງ, Air Liquide ມີແຜນການເພີ່ມການລົງທຶນຢູ່ຫວຽດນາມ.

