ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຕ້ອນຮັບທ່ານ Indronnil Sengupta, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ TATA

ພາບ:TTXVN

ທ່ານປະທານປະເທດ ເຈີນດ້າຍກວາງ ສະເຫນີ: ນອກຈາກຮ່ວມມືກ່ຽວກັບດ້ານພະລັງງານ, ພະລັງງານຜະລິດຄືນໃຫມ່, ກຸ່ມບໍລິສັດ TATA ສືບຕໍ່ເປີດກວ້າງການດຳເນີນທຸລະກິດໄປຍັງຂົງເຂດອື່ນຄື: ທ່າກຳປັ່ນ, ການຜະລິດ ແລະ ປຸງແຕ່ງກາເຟ.

ສ່ວນທ່ານ Indronnil Sengupta ປະກາດວ່າ ບັນດາໂຄງການຂອງກຸ່ມບໍລິສັດ TATA ລົງທຶນຢູ່ຫວຽດນາມ ຄື: ຜະລິດກາເຟ ຢູ່ ບີງເຢືອງ; ໂຄງການຮ່ວມມືຕິດຕັ້ງລົດເກງຂອງກຸ່ມບໍລິສັດໄດ້ນຳເຂົ້າເຄື່ອນໄຫວ ແລະ ຈະເປີດກວ້າງຕະຫລາດໃນໄລຍະຈະມາເຖິງ.