ຮອງນາຍົກລັດຖະມົນຕີຫວຽດນາມ ຈີ້ງດິງຢຸງ ແລະ ທ່ານ Jammes Mayer Sassoon ຜູ້ອຳນວຍການກຸ່ມບໍລິສັດ Jardine Matheson

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈີ້ງດິງຢຸງ ໄດ້ເນັ້ນໜັກເຖິງການພັດທະນາຢ່າງຕັ້ງໜ້າຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອັງກິດໃນໄລຍະທີ່ຜ່ານມາ, ເປັນຕົ້ນແມ່ນໃນຂົງເຂດການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈີ້ງດິງຢຸງ ຢືນຢັນວ່າ ລັດຖະບານຫວຽດນາມພວມປະຕິບັດບັນດານະໂຍບາຍສ້າງເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມເງິນເຟີ້, ຊຸກຍູ້ເສດຖະກິດພາກເອກະຊົນ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດສະເໝີພາບ, ອຳນວຍຄວາມສະດວກໃຫ້ແກ່ບັນດານັກລົງທຶນ, ໃນນັ້ນມີນັກລົງທຶນໃຫຍ່ຂອງອັງກິດ.

ສ່ວນທ່ານ Jammes Mayer Sassoon ຜູ້ອຳນວຍການຝ່າຍບໍລິຫານ ກຸ່ມບໍລິສັດ Jardine Matheson ສະແດງຄວາມປະທັບໃຈຕໍ່ບັນດາໝາກຜົນພັດທະນາເສດຖະກິດ-ສັງຄົມຊຶ່ງຫວຽດນາມບັນລຸມາໄດ້ ພ້ອມທັງຕີລາຄາສູງບັນດານະໂຍບາຍປົວແປງສະພາບແວດລ້ອມແຫ່ງການລົງທຶນ, ອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດ.