
ທ່ານ Yukiya Amano, ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ
(vovworld) – ວັນທີ 18/12, ທ່ານ Yukiya Amano, ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ: ອີຣານ ໄດ້ສະແດງຄຳໝັ້ນສັນຍາຈະເດີນຕາມການປະຕິບັດຂໍ້ຕົກລົງນິວເຄຼຍທີ່ ເຕເຮຣານ ແລະ ກຸ່ມ P5+1 (ເຊິ່ງລວມມີ: ອາເມລິກາ, ອັງກິດ, ຝຣັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ) ບັນລຸໄດ້ໃນປີ 2015. ຜູ້ອຳນວຍການໃຫຍ່ IAEA ໄດ້ຍົກອອກຄຳເຫັນດັ່ງກ່າວພາຍຫຼັງທີ່ ອີຣານ ອອກສຽງຕຳຫນິຕິຕຽນການກະທຳຂອງ ອາເມລິກາ, ເຊິ່ງ ອີຣານ ຖືວ່າແມ່ນລະເມີດຂໍ້ຕົກລົງ, ຕາມນັ້ນແລ້ວ, ວັນທີ 15/12, ທຳນຽບຂາວ ໄດ້ປະກາດຮ່າງກົດໝາຍຂອງ ອາເມລິກາ ທີ່ຕໍ່ກຳນົດເວລາບັນດາມາດຕະການລົງໂທດ ອີຣານ ຕື່ມອີກ 10 ປີ ອາດຈະກາຍເປັນກົດໝາຍເຊິ່ງບໍ່ຕ້ອງການລາຍເຊັນໃຫ້ສັດຕະຍາບັນຂອງທ່ານປະທານາທິບໍດີ Barack Obama.

ທ່ານ Yukiya Amano, ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ
