ນອກຈາກນັ້ນ, ກຳລັງປ້ອງກັນຄວາມໝັ້ນຄົງ ອິດສະລາແອນ ຍັງຈັບຕົວອີກ 2 ຄົນໂດຍເປັນ ເລຂານຸການໃຫຍ່ຂອງຂະບວນການ Fatah ຢູ່ Jerusalem ແລະ ຢູ່ Isawiya, ເຂດໃກ້ຄຽງຂອງຊາວ ປາແລດສະຕິນ ຢູ່ ພາກຕາເວັນອອກ Jerusalem. ຝ່າຍອິດສະລາແອນ ໃຫ້ຮູ້ວ່າ 3 ຄົນດັ່ງກ່າວຖືກຈັບຕົວ 2,3 ເທື່ອແລ້ວ ຍ້ອນວ່າ ໄດ້ຮ່ວມມືກັບອົງການປ້ອງກັນຄວາມໝັ້ນຄົງ ປາແລດສະຕິນ ແລະ ສ້າງຄວາມກີດຂວາງໃຫ້ແກ່ເລື່ອງຂາຍເຮືອນຊານ ແລະ ອະສັງຫາລິມະຊັບ ຂອງຊາວ ປາແລດສະຕິນ ຢູ່ Jerusalem ໃຫ້ແກ່ບັນດາສະຫະສະມາຄົມຊາວອົບພະຍົບຕັ້ງພູມລຳເນົາ.