ວັນທີ 11 ສິງຫາ, ອິດສະລາແອັນ ແລະ ເວເນຊູເອລາ ໄດ້ເຫັນດີເປັນເອກະພາບເຊື່ອມຕໍ່ການພົວພັນກົງສູນຄືນ ແລະ ສ້າງຊ່ອງທາງປະສານສົມທົບຢ່າງເປັນທາງການລະຫວ່າງສອງປະເທດ, ສ້າງບາດກ້າວເດີນຫຼາຍພໍສົມຄວນພາຍຫຼັງ 17 ປີທີ່ບໍ່ໄດ້ຮັກສາການພົວພັນທາງການທູດ. ຕາມຖະແຫຼງການຮ່ວມຂອງສອງປະເທດແລ້ວ, ຂໍ້ຕົກລົງບັນລຸໄດ້ພາຍຫຼັງການແລກປ່ຽນໃນຊຸມອາທິດມໍ່ໆມານີ້ ລະຫວ່າງ ທ່ານ Gideon Sa'ar ລັດຖະມົນຕີກະຊວງການຕ່າງປະເທດ ອິດສະລາແອັນ ແລະ ຄູ່ຮ່ວມຕຳແໜ່ງ ເວເນຊູເອລາ ທ່ານ Félix Plasencia. ສອງຝ່າຍໄດ້ເຫັນດີເປັນເອກະພາບສ້າງກົນໄກປະສານສົມທົບຢ່າງເປັນທາງການເພື່ອແນໃສ່ສະໜອງບັນດາການບໍລິການກົງສູນໃຫ້ແກ່ພົນລະເມືອງສອງປະເທດ. ຖະແຫຼງການກໍ່ເນັ້ນໜັກເຖິງລະດັບຄວາມສຳຄັນຂອງການພົວພັນລະຫວ່າງອິດສະລາແອັນ ແລະ ວົງຄະນະຍາດຊາວຢິວ ຢູ່ ເວເນຊູເອລາ.
ອິດສະລາແອັນ ແລະ ເວເນຊູເອລາ ເຊື່ອມຕໍ່ການພົວພັນກົງສູນຄືນພາຍຫຼັງ 17 ປີ
[VOVWORLD] - ຕາມຖະແຫຼງການຮ່ວມຂອງສອງປະເທດແລ້ວ, ຂໍ້ຕົກລົງບັນລຸໄດ້ພາຍຫຼັງການແລກປ່ຽນໃນຊຸມອາທິດມໍ່ໆມານີ້ ລະຫວ່າງ ທ່ານ Gideon Sa'ar ລັດຖະມົນຕີກະຊວງການຕ່າງປະເທດ ອິດສະລາແອັນ ແລະ ຄູ່ຮ່ວມຕຳແໜ່ງ ເວເນຊູເອລາ ທ່ານ Félix Plasencia.
