ວັນ​ທີ 5 ມິ​ຖຸ​ນາ, ທ່ານ Benjamin Netanyahu ນາຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ໄດ້​ຖະ​ແຫຼງວ່າ ທ່ານ​ຍັງ​ບໍ່​ທັນ​ຍົກ​ອອກ​ສະ​ບັບຫຼ້າ​ສຸດ​ຂອງ​ຂໍ້​ຕົກ​ລົງ​ຢຸດ​ຍິງ ລະ​ຫວ່າງ​ປະ​ເທດ​ນີ້ ກັບ ລີ​ບັງ ມາ​ປ່ອນ​ບັດ​ໃນ​ຄະ​ນະ​ລັດ​ຖະ​ບານ, ດ້ວ​ຍ​ສາຍ​ເຫດ ກຳ​ລັງ ເຮັກ​ໂບ​ລາ ຢູ່​ພາກ​ໃຕ້ ລີ​ບັງ ຍັງ​ບໍ່​ທັນ​ຍອມ​ຮັບ​ບັນ​ດາ​ເງື່ອນ​ໄຂ ໂດຍ ອາ​ເມ​ລິ​ກາ ເປັນ​ກາງ​ໄກ່​ເກ່ຍ.

ເມື່ອ​ກ່າວ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Benjamin Netanyahu ເນັ້ນ​ໜັກ​ວ່າ ປັດ​ຈຸ​ບັນ “ຍັງ​ບໍ່​ທັນ​ມີ​ບໍ່​ວ່າ​ຂໍ້​ຕົກ​ລົ​ງ​ໃດ”, ເພາະ​ວ່າ ເຮັກ​ໂບ​ລາ ປະ​ຕິ​ເສດ​ຮັບ​ຮອງ​ບັນ​ດາ​ເງື່ອນ​ໄຂ​ທີ່​ບັນ​ດາ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື. ຂໍ້​ຕົກ​ລົງ​ສະ​ບັບ​ນີ້ ໄດ້​ຍົກ​ອອກ​ມາ​ໃນ​ສະ​ພາບ​ການ ມີ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ຫຼາຍ​ທ່ານ ຖື​ວ່າ ຂໍ້​ຕົກ​ລົງ​ຢຸດ​ຍິງ ເຄີຍ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ແມ່ນ​ບອບ​ບາງ ແລະ ຮຽກ​ຮ້ອງ​ຕ້ອງ​ໄດ້​ຄະ​ນະ​ລັດ​ຖະ​ບານ​ຮັບ​ຮອງ​ເອົາ​ກ່ອນ​ທີ່ Tel Aviv ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ຢ່າງ​ເປັນ​ທາງ​ການ.