ອິດສະຣາແອັນ ສືບຕໍ່ບັນດາບັ້ນບຸກໂຈມຕີແລະ ທຳລາຍເຮືອນຢູ່ໃນທາງພາກໃຕ້ ລີບັງ. ສ່ວນຢູ່ເຂດ ກາຊາ, ຈຳນວນຜູ້ເສຍຊີວິດຕາມແຕ່ລະວັນໃນການບຸກໂຈມຕີຂອງ ອິດສະຣາແອັນ ສືບຕໍ່ເພີ່ມຂຶ້ນ. ທະຫານ ອິດສະຣາແອັນ ໄດ້ປະຕິບັດບັນດາບັ້ນບຸກໂຈມຕີຢູ່ພາກໃຕ້ ລີບັງ ໃນຕະຫຼອດຄ່ຳຄືນວັນທີ 28 ສິງຫາ ແລະ ແກ່ຍາວຮອດຕອນເຊົ້າວັນທີ 29 ສິງຫາ ກໍ່ຄືດຳເນີນບັນດາການເຄື່ອນໄຫວທຳລາຍເຮືອນຢູ່ໃນທົ່ວເຂດທີ່ກ້ວາງໃຫ່ຍ ໂດຍເຂົາເຈົ້າຄວບຄຸມ. ບັ້ນບຸກໂຈມຕີຂອງ ອິດສະຣາແອັນ ໄດ້ດຳເນີນຢູ່ເຂດ Mansouri ແລະ Nabatieh Al-Fawqa, ມໍ່ກັບໂນນພູ Ali Taher ຍຸດທະສາດ ກໍ່ຄືການດັກໂຈມຕີເຂົ້າເຂດ Kfar Shuba.
ທະຫານ ອິດສະຣາແອັນ ໄດ້ດຳເນີນການທຳລາຍຫຼາຍຄັ້ງຢູ່ຢ່າງໜ້ອຍສຸດ 10 ສະຖານທີ່ທາງພາກໃຕ້ ລີບັງ ເລັ່ງໃສ່ເຮືອນຢູ່ ແລະ ພື້ນຖານໂຄງລ່າງ. ຢູ່ເຂດ ກາຊາ, ການບຸກໂຈມຕີຄັ້ງໜຶ່ງຂອງ ອິດສະຣາແອັນ ເຂົ້າ Khan Younis ເຮັດໃຫ້ຄອບຄົວໜຶ່ງເສຍຊີວິດ. ການບຸກໂຈມຕີທາງອາກາດ 2 ຄັ້ງຂອງ ອິດສະຣາແອັນ ຢູ່ນະຄອນ ກາຊາ ກໍ່ເຮັດໃຫ້ 2 ຄົນເສຍຊີວິດເຊັນກັນ.
