ໂດຍ​ບໍ່​ຫົວ​ຊາ​ຕໍ່​ຄຳ​ກ່າວ​ເຕືອນ​ຂອງ ອີ​ຣານ ກໍ​ຄືຄວາມບໍ່​ພໍ​ໃຈ​ຂອງ ອາ​ເມ​ລິ​ກາ, ວັນ​ທີ 17 ມິ​ຖຸ​ນາ, ກອງ​ທັບ ອິດ​ສະ​ຣາ​ແອັນ ສືບ​ຕໍ່​ບຸກ​ໂຈມ​ຕີ​ເຂົ້າ ລີ​ບັງ, ​ສະ​ໜາມ​ຮົບ​ທີ່ບັນ​ດາ​ຝ່າຍ​ລ້ວນ​ແຕ່​ຢັ້ງ​ຢືນ​ວ່າ ມີ​ໃນ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ ເຊິ່ງອາ​ເມ​ລິ​ກາ - ອີ​ຣານ ໃກ້​ຈະ​ລົງ​ນາມ​ຢ່າງ​ເປັນ​ທາງ​ການ.

ສຳ​ນັກ​ຂ່າວ​ສານ​ແຫ່ງ​ລັດ ລີ​ບັງ (NNA) ໃຫ້​ຮູ້​ວ່າ ເຮືອ​ບິນ​ສູ້​ຮົບ ອິດ​ສະ​ຣາ​ແອັນ ໄດ້​ຖີ້ມ​ລະ​ເບີດ​ລົງ​ເຂດ​ຊານ​ເມືອງ​ເທດ​ສະ​ບານ Kfar Tebnit, ທາງ​ທິດ​ໃຕ້ ລີ​ບັງ. ກອງ​ທັບ ອິດ​ສະ​ຣາ​ແອັນ ຍັງ​ບໍ່​ທັນ​ຍົກ​ອອກ​ຄຳ​ວິ​ຈານ​ທີ່​ກ່ຽວ​ຂ້ອງເທື່ອ. ການ​ບຸກ​ໂຈມ​ຕີ​ຄັ້ງຫຼ້າ​ສຸດ​ຂອງ ອິດ​ສະ​ຣາ​ແອັນໃສ່ ລີ​ບັງ ໄດ້​ຮັບ​ການ​ລາຍ​ງານ​ໃນ​ສະ​ພາບ​ການທີ່ ອີ​ຣານ ສືບ​ຕໍ່​ກ່າວເຕືອນຈະ​ໂຕ້​ຕອບ​ການ​ກະ​ທຳ​ເກາະ​ຜິດ​ຂອງ ອິດ​ສະ​ຣາ​ແອັນ ຢູ່ ລີ​ບັງ, ບົນ​ພື້ນ​ຖານ​ຖື​ນັ້ນ​ແມ່ນ​ກາ​ນ​ລະ​ເມີດ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ລະ​ຫວ່າງ ອາ​ເມ​ລິ​ກາ - ອີ​ຣານ. ພ້ອມ​ດຽວ​ກັນ​ນັ້ນ, ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ກໍ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຕໍ່ການ​ເຄື່ອນ​ໄຫວ​ສູ້​ຮົບ​ຂອງ ອິ​ດ​ສະ​ຣາ​ແອັນ ຢູ່ ລີ​ບັງ, ໂດຍ​ຖື​ວ່າ ນີ້​ແມ່ນ​ສິ່ງ​ທີ່​ບໍ່​ມີ​ປະ​ໂຫຍດ​ຕໍ່​ຂໍ້​ຕົກ​ລົງ.

ບາ​ທີ, ນັກ​ຂ່າວ VOV ປະ​ຈຳ ອີ​ຢິບ