ທ່ານ Netanyahu (ພາບ: Reuters)

ຖະແຫຼງການຂອງທຳນຽບປະທານາທິບໍດີ ອິດສະລາແອັນ ໄດ້ຍົກອອກມາພາຍຫລັງການພົບປະ 3 ຝ່າຍລະຫວ່າງທ່ານປະທານາທິບໍດີ Rivlin, ທ່ານ Netanyahu ແລະ ທ່ານ Benny Gantz, ການນຳພັກຂຽວ - ຂາວ. ຕາມນັ້ນແລ້ວ, ທ່ານ Netanyahu ຈະມີເວລາ 28 ວັນ ເພື່ອສ້າງຕັ້ງລັດຖະບານໃໝ່ ແລະ ສາມາດຕໍ່ກຳນົດເວລາຕື່ມອີກ 2 ອາທິດ ຖ້າຫາກມີຄວາມຈຳເປັນ. ໃນກໍລະນີ ທຸກຄວາມມານະພະຍາຍາມຂອງທ່ານ Netanyahu ຍັງບໍ່ສຳເລັດ ທ່ານປະທານາທິບໍດີ Rivlin ສາມາດມອບໜ້າທີ່ນີ້ໃຫ້ຜູ້ອື່ນ.