ອິດສະລາແອນ ຫັນເຂດຕັ້ງຖິ່ນຖານຄົງທີ່ຢູ່ຝັ່ງຕາເວັນຕົກຖືກຕາມກົດໝາຍ (ພາບ: AFP/TTXVN)

ວັນທີ 04 ກຸມພາ, ກ່າວຄຳເຫັນທີ່ກອງປະຊຸມຄະນະລັດຖະບານປະຈຳອາທິດ, ທ່ານນາຍົກລັດຖະມົນຕີ ອິດສະລາແອນ Benjamin Netanyahu ໃຫ້ຮູ້ວ່າ: ວັນທີ 4 ກຸມພາ ລັດຖະບານ ອິດສະລາແອນ ຫັນກົດລະບຽບຂອງເຂດ Havat Gilad ຖືກຕາມກົດໝາຍ, ຕາມນັ້ນແລ້ວ ເຂດ Havat Gilad ຈະກາຍເປັນ “ປະຊາຄົມໃໝ່” ໄດ້ອອກໜັງສືອະນຸຍາດກໍ່ສ້າງທີ່ຈຳເປັນ ແລະ ໄດ້ຊົມໃຊ້ງົບປະມານຂອງລັດ.

ບັນດາເຂດຕັ້ງຖິ່ນຖານຄົງທີ່ນອນໃນເຂດດິນແດນຂອງ ປາແລັດສະຕິນ ທີ່ຖືກ ອິດສະລາແອນ ຢືດຄອງໃນສົງຄາມຕາເວັນອອກກາງເມື່ອປີ 1967. ປະຊາຄົມສາກົນໄດ້ກ່າວປະນາມເປັນຫລາຍຄັ້ງວ່າ ບັນດາເຂດຕັ້ງຖິ່ນຖານຄົງທີ່ຢູ່ເຂດຢືດຄອງຝັ່ງຕາເວັນຕົກ ແລະ Jerusalem ຕາເວັນອອກແມ່ນຜິດກັບກົດໝາຍ.