ວັນທີ 19 ສິງຫາ, ທ່ານ Benjamin Netanyahu, ນາຍົກລັດຖະມົນຕີ ອິດສະຣາແອັນ ຖະແຫຼງວ່າ ປະເທດນິ້ຈະສົ່ງສານເຖິງ ຕວັກກີ ຕໍ່ເລື່ອງ ບໍ່ຄວນສ້າງຕັ້ງຖານທີ່ໝັ້ນດ້ານການທະຫານຢູ່ ຊີຣີ. ຄຳຖະແຫຼງຂອງທ່ານນາຍົກລັດຖະມົນຕີ Benjamin Netanyahu ໄດ້ຍົກອອກມາພາຍຫຼັງການບຸກໂຈມຕີຂອງ ອິດສະຣາແອັນ ແນໃສ່ຖານທີ່ໝັ້ນດ້ານການທະຫານຢູ່ ຊີຣີ ໃນວັນທີ 18 ສິງຫາ. ຕວັກກີ ໄດ້ກ່າວປະນາມບັນດາການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແມ່ນບໍ່ສອດຄ່ອງກັບກົດໝາຍ, ລະເມີດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຊີຣີ, ແລະ ຢືນຢັນວ່າ ຈະສືບຕໍ່ຮ່ວມມືກັບລັດຖະບານ ຊີຣີ ບົນພື້ນຖານສອດຄ່ອງກັບກົດໝາຍ ເພື່ອສ້າງສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຢູ່ ຊີຣີ.
ໃນຂະນະນັ້ນ, ວັນທີ 18 ສິງຫາ, ທ່ານ Thomas Barrack, ທູດພິເສດຂອງປະທານາທິບໍດີ ອາເມລິກາ ກ່ຽວກັບ ຊີຣີ ແລະ ອີຣັກ ໄດ້ເອີນການບຸກໂຈມຕີດັ່ງກ່າວວ່າແມ່ນ “ການເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນໂດຍບໍ່ມີຄວາມຈຳເປັນ”.
