​ຕາມນັ້ນ​ແລ້ວ, ​ຜູ້​ອອກແຮງງານ ປາແລັດສະຕິນ ສ່ວນຫຼາຍທີ່ມີໃບອະ​ນຸ​ຍາດ ຖືກຫ້າມບໍ່​ໃຫ້​ເຂົ້າໄປໃນເຂດຊຸມຊົນ​ພົນ​ລະ​ເມືອງ​ຂອງ ອິດສະຣາ​ແອັ​ນ ຢູ່ເຂດຝັ່ງຕາເວັນຕົກ ເພື່ອເຮັດວຽກໃນ​ວັນ​ທີ 25 ແລະ 26 ຕຸລາ; ​ບັນ​ດາດ່ານຊາຍແດນເຂົ້າໄປ ອິດສະຣາແອັນ ຈະ​ປິດ​ປະ​ຕູເຖິງການເລືອກຕັ້ງສຳເລັດ. ກຳລັງ ອິດສະຣາແອັດ ໃຫ້​ຮູ້ວ່າ ໄດ້​ຜັນ​ຂະ​ຫຍາຍການເຄື່ອນໄຫວ​ຢູ່ກວ່າ 400 ຈຸດ ແລະ ຈັບ​ຕົວຊາວ ປາແລັດສະຕິນ 40 ຄົນທີ່ຖືກກ່າວຫາວ່າມີສ່ວນກ່ຽວຂ້ອງກັບ​ຂະ​ບວນ​ການ Hamas ຫຼື ​ທຳ​ສົງ​ຄາມ​ສັກ​ສິດ ອິດ​ສະ​ລາມ ປາ​ແລັດ​ສະ​ຕິ​ນ.

ການກະ​ທຳນີ້ເກີດຂຶ້ນໃນຂະນະ​ສະ​ພາບການ​ທີ່ ອິດສະຣາແອັນ ເພີ່ມທະວີບັ້ນການທະຫານ​ຢູ່​ນະ​ຄອນ Hebron ພາຍ​ຫຼັງ​ເກີດເຫດການຍິງປືນໃນວັນທີ 23 ຕຸລາ ທີ່ເຮັດໃຫ້ນາຍທະຫານ ອິດສະຣາແອັນ ສອງຄົນເສຍຊີວິດ ແລະ ​ສາມ​ຄົນບາດເຈັບ.