ວັນທີ 23 ສິງຫາ, ບັນດາຄະນະຜູ້ແທນຂັ້ນສູງຂອງ ຊີຣີ ແລະ ອິດສະຣາແອັນ ໄດ້ຈັດການເຈລະຈາຢູ່ ຈໍແດນ ພາຍໃຕ້ເປັນກາງຂອງ ອາເມລິກາ, ສຸມໃສ່ເຂົ້າໃນບັນດາມາດຕະການຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ມານະພະຍາຍາມເຊື່ອມຕໍ່ການເຈລະຈາຄືນໃໝ່ ແນໃສ່ມຸ່ງໄປເຖິງຂໍ້ຕົກລົງວ່າດ້ວຍຄວາມໝັ້ນຄົງ.
ຕາມແຫຼ່ງຂ່າວທາງການທູດ, ບັນດາການປຶກສາຫາລືໄດ້ສຸມໃສ່ການສ້າງກົນໄກຕົວຈິງເພື່ອຢຸດຕິບັນດາການບຸກໂຈມຕີ, ການຈັບຕົວ ແລະ ການເຄື່ອນໄຫວແນໃສ່ບັນດາເປົ້າໝາຍຂອງ ອິດສະຣາແອັນ ແລະ ຊີຣີ, ພ້ອມກັນນັ້ນ ກໍ່ມຸ່ງໄປເຖິງຂໍ້ຕົກລົງວ່າດ້ວຍຄວາມໝັ້ນຄົງເພື່ອສ້າງພື້ນຖານໃຫ້ແກ່ຂໍ້ຕົກລົງຢ່າງຮອບດ້ານກວ່າໃນອະນາຄົດ. ໄປຄຽງຄູ່ກັນນັ້ນ, ການເຈລະຈາກໍ່ເຕື້ອງເຖິງຄວາມມານະພະຍາຍາມຮັດແຄບຄວາມບໍ່ລົງລອຍກັນລະຫວ່າງ ຕວັກກີ ແລະ ອິດສະຣາແອັນ, ຜ່ານນັ້ນ ກໍ່ສະກັດກັ້ນຄວາມເຄັ່ງຕຶງແຜ່ລາມອອກໄປສູ່ເຂດດິນແດນ ຊີຣີ.
